ເນື່ອງໃນໂອກາດບຸນກຸດຈີນປີລີງໄດ້ວຽນມາເຖິງ,ບຸກຄົນສໍາຄັນທາງການເມືອງຂອງປະເທດຕ່າງໆແລະຜູ້ນໍາຂອງອົງການສາກົນຕ່າງໄດ້ສົ່ງສານອວຍພອນແລະຄໍາອວນພອນອັນປະເສີດຕໍ່ປະຊາຊົນຈີນແລະຊາວເຊື້ອສາຍຈີນທົ່ວໂລກ.
ທ່ານບານກີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ອວຍພອນປີໃໝ່ຈີນຕໍ່ປະຊາຊົນຈີນແລະຊາວເຊື້ອສາຍຈີນໃນທົ່ວໂລກໂດຍຜ່ານວິດີໂອ,ທ່ານກ່າວວ່າ:ປີລີງໄດ້ວຽນມາເຖິງແລ້ວ,ຂ້າພະເຈົ້າກໍ່ແມ່ນເກີດໃນປີລີງ,ລີງເປັນສັນຍາລັກແຫ່ງຄວາມສະຫຼາດ,ຄ່ອງແຄ້ວ ແລະໂຊກດີ,ສະນັ້ນ,ປີນີ້ຕ້ອງແມ່ນປີທີ່ເຕັມໄປດ້ວຍຄວາມຫວັງແລະພະລັງແຮງ.
ທ່ານຈອນ ໂຟເບສ ເຄຣີ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາໄດ້ຕາງໜ້າທ່ານບາຣັກ ໂອບາມາ ປະທານາທິບໍດີອາເມລິກາແລະປະຊາຊົນອາເມລິກາອວຍພອນປະຊາຊົນຈີນແລະຊາວເຊື້ອສາຍຈີນຈົ່ງມີສຸຂະພາບແຂງແຮງແລະຈະເລີນກ້າວໜ້າ.
ທ່ານມາມນູນ ຮູຊາອິນ ປະທານາທິບໍດີປາກີສະຖານອວນພອນປະເທດຈີນຈົ່ງຈະເລີນຮຸ່ງເຮືອງ,ປະຊາຊົນຈີນໂດຍສະເພາະແມ່ນວິສະວະກອນ,ນັກທຸລະກິດແລະນັກລົງທຶນຈີນທີ່ເຮັດວຽກໃນຂົງເຂດຕ່າງໆຢູ່ປາກີສະຖານຈົ່ງໂຊກດີປີໃໝ່,ສົມຫວັງທຸກປະການ.
ນອກນີ້,ບຸກຄົນສໍາຄັນທາງການເມືອງຂອງເນປານ,ອາຟຼີກາໃຕ້,ຝະຣັ່ງ,ອັງກິດແລະອື່ນໆຕ່າງກໍໄດ້ສົ່ງຄໍາອວຍພອນປີໃໝ່ຕໍ່ປະຊາຊົນຈີນແລະຊາວເຊື້ອສາຍຈີນໃນທົ່ວໂລກ.