ບຸກຄົນ​ສໍາຄັນ​ທາງ​ການ​ເມືອງ​ຂອງ​ປະ​ເທດ​ຕ່າງໆ​ອວຍພອນ​ບຸນ​ກຸດ​ຈີນ​ປີ​ລີງ
2016-02-08 15:09:51  cri 

ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ​ປີ​ລີງ​ໄດ້​ວຽນມາ​ເຖິງ,ບຸກຄົນ​ສໍາຄັນ​ທາງ​ການ​​ເມືອງ​ຂອງ​ປະ​ເທດ​ຕ່າງໆ​ແລະ​ຜູ້​ນໍາ​ຂອງອົງການ​ສາກົນຕ່າງ​ໄດ້​ສົ່ງ​ສານ​ອວຍພອນ​ແລະ​ຄໍາ​ອວນ​ພອນ​ອັນ​ປະ​ເສີດ​ຕໍ່​ປະຊາຊົນຈີນ​ແລະ​ຊາວ​ເຊື້ອສາຍ​ຈີນ​ທົ່ວ​ໂລກ.

ທ່ານ​ບານ​ກີ​ມູນ ເລ​ຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອວຍພອນ​ປີ​ໃໝ່​ຈີນ​ຕໍ່​ປະຊາ​ຊົນ​ຈີນ​ແລະ​ຊາວ​ເຊື້ອສາຍ​ຈີນ​ໃນ​ທົ່ວ​ໂລກ​​ໂດຍ​ຜ່ານ​ວິ​ດີ​ໂອ,ທ່ານ​ກ່າວ​ວ່າ​:ປີ​ລີງ​​ໄດ້​ວຽນມາ​ເຖິງ​ແລ້ວ,ຂ້າພະ​ເຈົ້າ​ກໍ່​ແມ່ນ​ເກີດ​ໃນ​ປີ​ລີງ,ລີງ​​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ສະຫຼາດ,ຄ່ອງ​ແ​ຄ້ວ​ ​ແລະ​ໂຊກດີ,ສະ​ນັ້ນ,ປີ​ນີ້​ຕ້ອງ​ແມ່ນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ແລະ​ພະລັງ​ແຮງ.

ທ່ານ​ຈອນ ​ໂຟ​ເບ​ສ ​ເຄຣີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຕາງໜ້າ​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ແລະ​ປະຊາຊົນ​ອາ​ເມ​ລິ​ກາ​ອວຍພອນ​ປະຊາຊົນ​ຈີນ​ແລະ​ຊາວ​ເຊື້ອສາຍ​ຈີນ​ຈົ່ງ​ມີສຸຂະພາບ​ແຂງ​ແຮງ​ແລະ​ຈະ​ເລີ​ນກ້າວໜ້າ.

ທ່ານມາ​ມນູນ ຮູ​ຊາ​ອິນ ປະທານາທິບໍດີ​ປາ​ກີ​ສະຖານ​ອວນ​ພອນ​ປະ​ເທດ​ຈີນ​ຈົ່ງ​ຈະ​ເລີ​ນຮຸ່ງ​ເຮືອງ,ປະ​ຊາ​ຊົນ​ຈີນ​ໂດຍ​ສະ​ເພາະ​ແ​ມ່ນວິສະ​ວະ​ກອນ,ນັກທຸລະ​ກິດ​ແລະ​ນັກ​ລົງທຶນ​ຈີນ​ທີ່​ເຮັດ​ວຽກໃນ​ຂົງ​ເຂດ​ຕ່າງໆ​ຢູ່​ປາ​ກີ​ສະຖານ​ຈົ່ງ​ໂຊກ​ດີ​ປີ​ໃໝ່,ສົມ​ຫວັງ​ທຸກ​ປະການ.

ນອກ​ນີ້,ບຸກຄົນ​ສໍາຄັນ​ທາງ​ການ​ເມື​ອງຂອງ​ເນ​ປານ,ອາ​ຟຼີກາ​ໃຕ້​,ຝະຣັ່ງ,ອັງກິດ​ແລະ​ອື່ນໆ​ຕ່າງ​ກໍ​ໄດ້​ສົ່ງ​ຄໍາ​ອວຍພອນປີ​ໃໝ່​ຕໍ່ປະຊາຊົນ​ຈີນ​ແລະ​ຊາວ​ເຊື້ອ​ສາຍ​ຈີນ​ໃນ​ທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ