ຈີນ​​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່ສ.​ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ຕົກລົງ​ເລີ່​ມປຶກສາ​ຫາ​ລື​ກ່ຽວ​ກັບ​ອາ​ເມ​ລິ​ກາຈັດ​ວາງ​ລະບົບTHAADຢູ່​ສ.​ເກົາຫຼີ
2016-02-08 15:13:32  cri 

ແນ​ໃສ່​ການ​ທ້າ​ທາຍ​ເກາະ​ຜິດດ້ານ​ຍຸດ​ທະ​ສາດ​ທີ່ ​ສປປ ​ເກົາຫຼີທົດ​ລອງ​ນິວ​ເຄຼຍຄັ້ງ​ທີ4​ແລະ​ຍິງ​ລູກ​ສອນ​ໄຟ​ນໍາ​ວິຖີ​​ໄລຍະ​​ໄກ​ໃນ​ວັນ​ທີ7​ກຸມພາ​ນີ້,ສອງ​ປະ​ເທດສ.​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ໄດ້ຕົກລົງ​​ເລີ່​ມປຶກສາ​ຫາລື​ກ່ຽວ​ກັບ​ຈັດ​ວາງ​ລະບົບປ້ອງ​ກັນ​ແລະ​ຕໍ່ຕ້ານອາກາດ​ຫຼື​ລະບົບTHAADຢູ່​ຖານ​ທັບ​ອາ​ເມ​ລິ​ກາ​ປະ​ຈໍາສ.​ເກົາ​ຫຼີ.

ຕໍ່​ກັບ​ເລື່ອງ​ນີ້,ທ່ານ​ນາງ​ຮວ້າຊຸນ​ຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ:ຫຼັກ​ໝັ້ນຂອງ​ຈີນ​ໃນ​​ບັນຫາ​ຕໍ່ຕ້ານ​ລູກ​ສອນ​ໄຟ​ນໍາ​ວິທີ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແລະ​ມີ​ຄວາມ​ຄັກ​​ແນ່,ປະ​ເທດ​ໃດ​ໜຶ່ງ​ໃນ​ຂະນະ​ທີ່​ປ້ອງ​ກັນ​ຄວາມ​ປອດ​​ໄພ​ຂອງ​ຕົນ,ກໍ່​ບໍ່​ຄວນ​ທໍາລາຍ​ຜົນ​ປະ​​​​ໂຫຍ​ດດ້ານ​ປອດ​ໄພ​ຂອງ​ປະ​ເທດ​ອື່ນໆ. ຖ້າວ່າ​ປະ​ເທດ​ທີ່​ກ່ຽວ​ຂ້ອງຈັດ​ວາງ​ລະ​ບົບຕ້ານ​ລູກ​ສອນ​ໄຟ​ນໍາ​ວິຖີ​ໃນ​ພາກ​ພື້ນ,ກໍ​ຈະ​ເຮັດ​ໃຫ້​ສະຖານະ​ການ​ແຫຼມ​​ເກົາຫຼີ​​ເຄັ່ງ​ຕຶງ​ຕື່ມ​ອີກ,ບໍ່​ມີ​ຜົນ​ດີຕໍ່​ການ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ,ກໍ​ບໍ່​ມີ​ຜົນ​ດີ​ຕໍ່​ຝ່າຍ​ຕ່າງໆ​ຮັບ​ມື​ກັບ​ສະຖານະ​ການ​ໃນ​ປະ​ຈບັນ​ຢ່າງ​ຖືກຕ້ອງ​​ແລະ​ເໝາະ​ສົມ.ພວກ​ຂ້າພະ​​ເຈົ້າ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງຈົ່ງ​ແກ້​ໄຂ​ບັນຫາ​ນີ້​ຢ່າງສຸ​ຂຸມ​ຮອບ​ຄອບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ