ທາງ​ລົດ​ໄຟ​ຈີນ​ໄດ້​ຂົນ​ສົ່ງ​ຜູ້​​ໂດຍ​ສານ​ຫຼາຍ​ຫວ່າ100ລ້ານ​ຄົນ​ກ່ອນ​ປີ​ໃໝ່​ຈີນ
2016-02-08 15:16:09  cri 

ວັນ​ທີ7​ກຸມພາ​ນີ້,ລັດ​ວິ​ສາ​ຫະກິດ​ທາງ​ລົດ​ໄຟ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, 15​ວັນກ່ອນ​ປີ​ໃໝ່​ຈີນ,ຄາ​ດວ່າ​ທາງ​ລົດ​ໄຟ​ທົ່ວ​ປະ​ເທດ​ຈີນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຈໍານວນ110​ລ້ານ​ກວ່າ​ຄົນ,​ໄດ້​ເພີ່​ມຂຶ້ນ10,6%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ວຽກ​ງານ​ການ​ຂົນ​ສົ່ງ​ກ່ອນ​ປີ​ໃໝ່​ຈີນ​ໄດ້​ດໍາ​ເນີນ​ໄປ​ຢ່າງ​ປອດ​ໄພ,ໝັ້ນ​ທ່ຽງ​ແລະ​ເປັນ​ລະບຽບ​ຮຽບຮ້ອຍ.

ວັນ​ທີ7​ກຸມພາ​ນີ້,ທາງ​ລົດ​ໄຟ​ທົ່ວ​ປະ​ເທດຈີນ​ໄດ້​​ເພີ່ມ​ລົດ​ໄຟ​ໂດຍສານ298​ຖ້ຽວ​ເ​ຊິ່ງ​ໄດ້ຂົນ​ສົ່ງ​ຜູ້​ໂດຍສານ4​ລ້ານ8​ແສນ9​ໝື່ນ​ເທື່ອ​ຄົນ,​ເພີ່ມ​ຂຶ້ນ11,2%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ