ນັກ​ທ່ອງ​ທ່ຽວ​ຈີນ​ປະມານ 3 ​ແສນ​ຄົນ​ໄປ​ທ່ຽວ​ໄທ​ໃນ​ຍາມ​ບຸນ​ກຸດ​ຈີນ
2016-02-08 14:30:45  cri 

ຄຽງ​ຄູ່​ກັບ​ຮີດຄອງ​ປະ​ເພນີ​​ສະຫຼອງ​ບຸນ​ກຸດ​ຈີນ​ເກີດ​ມີ​ການປ່ຽນ​ແປງ, ມີ​ຄົນນັບ​ມື້​ນັບ​ຫຼາຍ​​ໄປທ່ຽວ​ຢູ່​ຕ່າງປະ​ເທດ​ໃນ​ຍາ​ມບຸນ, ​​​ໃນຖານະ​ທີ່​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ຈີນ, ​ໄທ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍຈາກ​ປະຊາ​ຄົນ​ຈີນ. ສຳນັກງານ​ກົມ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ໄທ​ປະຈຳ​ນະຄອນ​ຄຸ່ນມີ​ງກ່າວ​ວ່າ, ຄາດ​ວ່າ​ໃນ​ຍາມ​ບຸນ​ກຸດ​ຈີນປີ​ນີ້, ຈະ​ມີ​ຄົນ​ຈີນປະມານ 3 ​ແສນ​ຄົນ​ໄປ​ທ່ຽວໄທ.

ຜູ້​ຮັບຜິດຊອບ​ສຳນັກງານ​ກົມ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ໄທ​ປະຈຳ​​ຄຸ່ນມີ​ງ​ໃຫ້​ຮູ້​ວ່າ, ​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ​ຈະ​ເພີ່ມ​ຂຶ້ນ 10% ຫາ 13%. "ປັດຈຸບັນ, ບໍ່​ວ່າ​​​​ເໝົາ​ຍົນ, ຫຼືຂີ່​ເຮືອ​ໄປ​ໂດຍ​ເອງ ​ຄົນ​ກໍ່​ຫຼາຍ​ໂພດ, ປີ້​ຍົນ​ຊື້​ຍາກ​ຫຼາຍ." ນະຄອນ​ຮາງ​ໂຈ່​ວ ​ແລະ ກວາງ​ໂຈ່​ວ​ເປັນ​ຕົ້ນຕ່າງ​ກໍ່​ໄດ້​ເພີ່ມ​ຖ້ຽວ​ບິນ​ໄປ​ໄທ, ຢູ່​ທົ່ວ​ປະ​ເທດ​ຈີນ,ສະ​ເພາະ​ແຕ່​ຖ້ຽວ​ບິນ​ທີ່​ໄປ​ຊຽງ​​ໃໝ່​ຂອງ​​ໄທກໍ່​ໄດ້​ເພີ່ມ​ຂຶ້ນ 70 ຖ້ຽວ​ບິນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ