ວົງ​ການ​ຕ່າງໆແຜ່ນດິນ​​ໃຫຍ່​ຈີ​ນພາກັນ​ຊ່ວຍ​ເຫຼືອ​ເຂດ​ປະສົບ​​ແຜ່ນ​ດິນ​ໄຫວ​ຂອງ​ໄຕ້​ຫວັນ
2016-02-08 14:54:44  cri 

ວັນ​ທີ 7 ກຸ​ມພາ​ນີ້, ຫ້ອງ​ການວ​ຽກງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນ​ໃຫ້​ຮູ້​ວ່າ, ມື້​ດຽວ​ກັນ, ຫ້ອງ​ການວ​ຽກງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດຖະບານ​ຈີນ ​ແລະ ສະມາຄົມການ​ພົວພັນ​ສອງ​ຝັ່ງ​ຊ່ອງ​​ແຄບ​ໄຕ້​ຫວັນ​ຂອງ​ຈີນ​ຕ່າງ​ໄດ້ສືບ​ຕໍ່ຕິດ​ຕໍ່​ພົວພັນ ​ແລະ ​ແລກປ່ຽນ​ຄວາມ​ເຫັນ​ກັບຄະນະ​ກຳມະການ​ວຽກ​ງານ​ແຜ່ນດິນ​​ໃຫຍ່​ຈີນ​ຂອງ​ໄຕ້​ຫວັນ ​ແລະ ກອງ​ທຶນ​ສອງ​ຝັ່ງ​ຊ່ອງ​​ແຄບ​ໄຕ້​ຫວັນ​ຂອງ​ໄຕ້​ຫວັນກ່ຽວ​ກັບ​ເຂດ​ພາກ​ໃຕ້​ຂອງ​ໄຕ້​ຫວັນ​ເກີດ​​ແຜ່ນດິນ​ໄຫວ, ​ແລະ​ກ່າວ​ວ່າ​​ແຜ່ນດິນ​​ໃຫຍ່​ຈີນ​ຍິນ​ດີ​ສະໜອງ​ການ​ກອບ​ກູ້​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ທັງຫຼາຍ.

ຄະນະ​ກຳມະການ​ອະນາ​​ໄມ ​ແລະ ຄຸມ​ກຳ​ເນີ​ດ​ແຫ່ງ​ຊາດ​ຈີນ, ກົມ​​​ແຜ່ນດິນ​ໄຫວ​ຈີນ​ຕ່າງ​ໄດ້​ຜ່ານ​ "ສັນຍາ​ການ​ຮ່ວມ​ມືດ້ານ​ສາທາລະນະ​ສຸກສອງ​​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ" ​ແລະ "ສັນຍາ​ການ​ຮ່ວມ​ມື​ຕິດຕາມ​ວັດ​ແທກ​ແຜ່ນດິນ​ໄຫວ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ" ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ໄຕ້​ຫວັນ, ​ແລະ​ກ່າວ​ວ່າ, ​ແຜ່ນດິນ​​ໃຫຍ່​ຈີນ​ຍິນ​ດີ​ສະໜອງ​ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ໃນ​ທຸກ​ເວລາ, ​ໄດ້​ກຽມພ້ອມ​ສົ່ງ​ໜ່ວຍ​ກອບ​ກູ້​ຊ່ວຍ​​ເຫຼືອ ​ແລະ ໜ່ວຍ​ປິ່ນປົວ​ພະຍາດ​ໄປ​ໄຕ້​ຫວັນ.

ປະຊາຊົນ​ເມືອງ​ນ້ອຍ​ເປີ​ຍສວນ ​ແລະ ​ເມືອງ​ນ້ອຍ​ລູສ່າ​ນ​ແຂວງ​ເສ​ສວນຈີນ​ເຄີຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກວົງ​ການ​ຕ່າງໆ​ໄຕ້​ຫວັນ​ໃນ​​ເວລາ​ປະສົບ​​ໄພ​ແຜ່ນດິນ​ໄຫວ​ອັນ​ຮ້າຍ​ແຮງ​ທີ່​ສຸດ, ປະຊາຊົນ​​​ສອງ​ເມືອງ​ນ້ອຍ​ດັ່ງກ່າວ​ເອົາ​ໃຈ​ໃສ່​ນຳ​ພີ່ນ້ອງ​ຮ່ວມ​ຊາດ​​ເຂດ​ພາກ​ໃຕ້​ຂອງ​ໄຕ້​ຫວັນທີ່​ປະສົບ​​ໄພ​ແຜ່ນດິນ​ໄຫວ. ສອງ​ເມືອງ​ນ້ອຍ​ນີ້ກ່າວ​ວ່າ, ຈະຕ່າງໆ​ບໍລິຈາກ 1 ລ້ານ​ຢວນ​ໃຫ້​ແກ່​ສະພາກາ​ແດງ​ໄຕ້​ຫວັນ​ເພື່ອ​ກອບ​ກູ້​ໄພພິບັດ ​ແລະ ຊ່ວຍ​ເຫຼື​ອພີ່ນ້ອງ​ຮ່ວມ​ຊາດໄຕ້​ຫວັນ​ໃຫ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ