ແຫ່ງຕ່າງໆ​ຂອງ​ຈີນ​ສະ​ຫຼອງປີ​ໃໝ່
2016-02-08 15:04:44  cri 

ວັນ​ທີ 8 ກຸມພາ​ນີ້, ​ແມ່ນມື້​ຂຶ້ນ​ປີ​ໃໝ່​ຕາມ​ຈັນ​ຕະຄະຕິ​ຂອງ​ຈີນ. ​​ແຫ່ງ​ຕ່າງໆ​ຂອງ​ຈີນ​ສະຫຼອງ​ບຸນ​ກຸດ​ຈີນ ​ເຊິ່ງ​ເປັນ​ວັນ​ບຸນ​ສຳຄັນ​ທີ່​ສຸດ​ໃນ​ປີ​ໜຶ່ງ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ.

ຢູ່​ນະຄອນຫຼວງ​ປັກ​ກິ່ງ, ບຸນ​ວັດ​ໃນ​ຍາມ​ບຸນ​ກຸດ​ຈີນ​ແມ່ນ​ຮູບ​ການສະ​ຫຼອງປີ​ໃໝ່​ອັນ​ມີ​ມູນ​ເຊື້ອ, ​ເຄື່ອງ​ສິລະ​ປະ​ພື້ນ​ເມືອງ, ຂະໜົມ​ຊະນິດຕ່າງໆ ​ແລະ ການສະ​ແດງ​ສິລະ​ປະວັດ​ທະນະ​ທຳ​​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ບຸນ​ວັດ, ສ້າງງານ​ມະຫາ​ກຳ​ດ້ານ​ຮີດຄອງ​ປະ​ເພນີ, ການສະ​ແດງ ​ແລະ ອາຫານ​ແຊບ​ໃຫ້​ແກ່​ປະຊາຊົນ​ທັງຫຼາຍ.

ຊາວ​ກວາງ​ໂຈ່​ວຫຼິ້ນ​ບຸນ​ກຸດ​ຈີນ​ມັກ​ເລາະ​ທ່ຽວງານດອກ​ໄມ້​ສົດ​ເພື່ອ​ຕ້ອນຮັບ​ລະດູ​ໃບ​ໄມ້ປົ່ງ, ​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ​ນີ້, ​​ແຕ່ລະ​ມື້​ກໍ່​ມີດ​ອກ​ໄມ້​ສົດຫຼາຍກວ່າ 20 ​ໂຕນຖືກ​ສົ່ງ​​ໄປຮອດ​ນະຄອນ​ກວາງ​​ໂຈ່ວ​ໂດຍ​ເຮືອບິນ, ພ້ອມ​ກັນ​ນັ້ນ​ຍັງ​ມີ​ການສະ​ແດງ​ຮີດ​ຄອງ​ປະ​ເພ​ນີ, ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ ​ແລະ ສິລະ​ປະ​ໂຄມ​ໄຟ​​ເປັນ​ຕົ້ນ, ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ສີສັນ​ພິ​ເສດ​ຖ້ອງ​ຖິ່ນ​ຢ່າງ​ດີກ​ວ່າ​ເກົ່າ.

ນອກຈາກ​ນັ້ນ, ຢູ່​ຮົງ​ກົງ​, ຖະໜົນ​​ສາຍ​ຕ່າງ​ໆ​ຖືກ​ປະດັບ​ຢ່າງ​ສວຍງາມ​​ໃນ​ຍາມ​ວັນ​ບຸນ, ການສະ​ແດງ​ເຊີດ​ສິງ​ໂຕ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ພົນລະ​ເມືອງ​ຮົງ​ກົງ​ມາ​ຊົມ​ເບິ່ງ. ຢູ່​ມາ​ເກົາ, ນອກ​ຈາກ​ລົດ​ດອກ​ໄມ້​ອັນ​ມີ​ມູນ​ເຊື້ອ, ​ໃນມື້​ສັງຂານ​ລ່ວງຍັງ​ມີ​ການສະ​ແດງ​​ແສງສີ​ຢ່າງ​ສວຍ​ງາມ, ​ໂຄມ​ໄຟ​ຮູບ​ດອກ​ກຸຫຼາບ 9 ພັນ 999 ​ໜ່ວຍ​ທີ່​ຢູ່ 10 ກວ່າ​ແຫ່ງ​ໄດ້​ສ້າງ​ບັນຍາກາດ​ໂລ​ມັງຕິກ​ປີ​ໃໝ່.

ຮີດຄອງ​ປະ​ເພນີ​ອັນ​ມີ​ມູນ​ເຊື້ອ​​ເປັນການ​ສືບ​ທອດ​​ປະຫວັດສາດ, ການປ່ຽນ​ແປງ​ຂອງ​ຮີດ​ຕ່າງໆ​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ, ທີ່​ບໍ່​ປ່ຽນ​ແປງ​ພຽງ​ອັນ​ດຽວ​ນັ້ນ​ແມ່ນ "ຄວາມ​ອວຍພອນ​ບຸນ​ກຸດ​ຈີນ" ທີ່​ຢາກ​ໃຫ້​ຄອບຄົວເຕົ້າ​ໂຮມກັນ, ມີ​ຄວາມສິລິ​ມົງຄຸນ ​ແລະ ມີ​ຄວາມ​ໝັ້ນ​ທ່ຽງ​ຝັງ​ເລິກ​ໃນ​ຫົວ​ໃຈ​ຂອງຊາວ​ຈີນໝົດ​ທຸກ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ