ພາກສ່ວນຕໍ່ຕ້ານການສໍ້​ລາດ​ບັງ​ຫຼວງ​ຂອງ​ມະ​ເລ​ເຊຍ​ຈະ​ບໍ່ສືບສວນຄະດີ​ທ່ານ​ນາຍົກ​ສໍ້​ລາດ​ບັງ​ຫຼວງ​ອີກ
2016-02-08 15:11:04  cri 

ຫວ່າງ​ມໍ່ໆ​ນີ້, ປະທານ​ອົງການອະທິ​ໄອຍະ​ການມະ​ເລ​ເຊຍ​ກ່າວ​ວ່າ, ກ່ອນ​ໜ້າ​ນີ້​, ທ່ານ​ປະກາດ​ວ່າທ່ານ​ນາຍົກລັດຖະມົນຕີນາຈິບ​ບໍ່​ມີ​ການ​ກະທຳ​ທີ່​ສໍ້​ລາດ​ບັງ​ຫຼວງ, ​ໃຊ້​ສິດ​ເກີນ​ຂອງ​ເຂດ​ອຳນາດ ​ແລະ ກໍ່​ອາ​ຊະ​ຍາ​ກຳ​ໃດໆ​ໃນ​ຄະດີ​ເງິນ​ບໍລິຈາກ​ທາງ​ການ​ເມືອງ, ​ເຊິ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ສົງ​ໄສ​ຜົນ​ການສືບ​ສວນ, ​ແຕ່​ປັ​ດຈຸ​ບັນ ການ​ສືບ​ສວນ​ໄດ້ສິ້ນ​ສຸດ​ລົງ​ເປັນ​ການ​ຊົ່ວຄາວ​ແລ້ວ, ຖ້າ​ບໍ່​ມີ​ຫຼັກ​ຖານ​ໃໝ່,ພະ​ແນ​ກຕໍ່ຕ້ານ​ການສໍ້​ລາດ​ບັງ​ຫຼວງກໍ່​ຈະ​ບໍ່​ດຳ​ເນີນ​ການ​ສືບ​ສວນອີກ.

​ໃນ​ເດືອນ​ກໍລະກົດ​ປີ​ກາ​ຍນີ້, "ໜັງສືພິມ​ ​Wall Street" ​ເຜີຍ​ໃຫ້​ຮູ້​ວ່າ, ມີ​​ເງິນ​ທຶນ​ເກືອບ 700 ລ້ານ​ໂດ​ລາ​ໄດ້​ເຂົ້າ​​ໃນ​ບັນຊີ​ສ່ວນ​ຕົວຂອງ​ທ່ານ​ນາຈິບ, ​ແຕ່ທ່ານ​ນາ​ຈິບກ່າວ​ວ່າ, ​ເງິນ​ທຶນ​ກ້ອນ​ນີ້ແມ່ນ "​ເງິນ​ບໍລິຈາກ​ທີ່​ມາ​ຈາກອາຣັບບີ ຊາ​ອຸ​ດິດ", ທ່ານ​ບໍ່​​ໄດ້​ໃຊ້​ເງິນ​ທຶນ​ດັ່ງກ່າວ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ເອງ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ