"ຄຳ​ຊີ້​ແນະ​ການ​ປົກຄອງ​ປະ​ເທດ​ແລະ​ການຄຸ້ມ​ຄອງ​ລັດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ" ຍັງ​ຄົງ​ແມ່ນ​ໜຶ່ງ​ໃນ​ປື້​ມທີ່​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ໃນ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ
2016-03-03 15:22:21  cri 

​ໃນ​ການວາງສະ​ແດງ​ຂອງ​ສູນ​ຖະ​ແຫຼງຂ່າວ​ກອງ​ປະຊຸມ​ສອງ​ສະພາ(ສະພາ​ປະຊາຊົນ​ແຫ່ງ​ຊາດ​ແລະ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ)ມີ​ເດຍນະຄອນຫຼວງປັກ​ກິ່ງ ​ໄດ້​ນຳ​ເອົາ​ປື້​ມ, ວາລະສານ ​ແລະ ໜັງສືພິມ ຕ່າງໆ​ກ່ຽວ​ກັບ​ກອງ​ປະຊຸມ​ສອງ​ສະພາ​ປີ​ນີ້ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ໄດ້​ອ່ອນ, ຂະນະ​ທີ່​ປື້​ມ "ຄຳ​ຊີ້​ແນະການ​ປົກຄອງ​ປະ​ເທດ​ແລະ​ການຄຸ້ມ​ຄອງ​ລັດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ" ຍັງ​ຄົງ​ແມ່ນ​ໜຶ່ງ​ໃນ​ປື້​ມທີ່​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ.

ນັກ​ຂ່າວຫຼາຍປະ​ເທດ​ລ້ວນ​ແຕ່​ສົນ​ໃຈ​ຕໍ່​ປື້​ມດັ່ງກ່າວຫຼາຍສົມຄວນ. ທ່ານ​ຊົ້ງສຽວ​ໝິງ ​ເຈົ້າໜ້າ​ທີ່​ໜ່ວຍ​ຖະ​ແຫຼງຂ່າວ​ສະພາ​ປະຊາຊົນ​ແຫ່ງ​ຊາດ ກ່າວ​ວ່າ: ​ໃນ​ກອງ​ປະຊຸມ​ສອງ​ສະພາ​ປີຜ່ານມາ ມີ​ນັນ​ກຂ່າວ​ຜູ້​ໜຶ່ງ​ໄດ້​ເອົາ​ປື້​ມນີ້ 10 ຫົວ​ໄປ​ພາບ​ດຽວ, ສ່ວນ​ປີ​ນີ້ ພະນັກງານ​ໃນ​ສູນ​ຖະ​ແຫຼງຂ່າວ​ມີ​ເດຍຈຳ​ເປັນ​ຕ້ອງ​ຕິດຕາມ ​ເພື່ອ​ບໍ່​ໃຫ້​ເອົາຫຼາຍ​ເກີນ​ໄປ ທັງ​ເພື່ອ​ໃຫ້​ນັ​ກຂ່າວອື່ນໆ​ໄດ້​ອ່ານ​ປື້​ມຫົວ​ນີ້.

ພາຍຫຼັງປື້​ມດັ່ງກ່າວ​ໄດ້​ພິມ​ອອກ​ມາ​ແລ້ວ ​ກໍ​ໄດ້​ນຳ​ໄປ​ເຂົ້າຮ່ວມ​ໃນ​ງານ​ວາງສະ​ແດງ​ປື້​ມສາກົນຂະໜາດ​ໃຫຍ່​ໃນ​ທົ່ວ​ໂລກ​ຄັ້ງຕ່າງໆ ​ແລະ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງຫຼວງຫຼາຍຂະນະ​ທີ່​ຕະຫຼາດປື້​ມສາກົນ, ສື່​ມວນ​ຊົນ​ທີ່​ສຳຄັນ​ສາກົນ ​ແລະ ວົງ​ການ​ຕ່າງໆ​ຂອງ​ຕ່າງປະ​ເທດ​ຕ່າງ​ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ປື້​ມດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ