ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ຈະ​ໄຂ​ຂຶ້ນ​ໃນ​ມື້​ນີ້
2016-03-03 10:49:02  cri 
    ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 4 ສະ​ໄໝ​ທີ 12 ຈະ​ໄຂ​ຂຶ້ນຢູ່​ຫໍ​ສະພາ​ປະຊາຊົນ​ນະຄອນຫຼວງປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 3 ມີນາ​ນີ້ ​ແລະ​ຈະ​ອັດ​ລົງ​ໃນ​ວັນ​ທີ 14 ຂອງ​ເດືອນ​ດຽວ​ກັນ.

    ເຈົ້າໜ້າ​ທີ່​ຮັບຜິດຊອບ​ກົມ​ຖະ​ແຫຼງຂ່າວ​ຫ້ອງ​ວ່າການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ໃຫ້​ຮູ້​ວ່າ, ວາລະ​ປະຊຸມ​ຂອງ​ກອງ​ປະ​ຊຸມ​ຄັ້ງນີ້​ຕົ້ນຕໍ​ຈະມີ ຮັບ​ຟັງ​ແລະ​ຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງາຍ​ວຽກ​ງານ​ຂອງ​ຄະນະ​ກຳມະການ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ ​ແລະ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ວຽກ​ງານ​ຂໍ້​ສະ​ເໜີ​ນັບ​ແຕ່​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ຄັ້ງທີ 3 ສະ​ໄໝທີ 12 ​ເປັນຕົ້ນມາ; ​ເຂົ້າຮ່ວມ​ຮັບຟັງ​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 4 ສະ​ໄໝທີ 12, ຮັບ​ຟັງ​ແລະປຶກສາຫາລືບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ແລະ​ບົດ​ລາຍ​ງານ​ອື່ນໆ, ປຶກສາ​ຫາລື​ຮ່າງ​ແຜນ​ແມ່​ບົດ​ການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມ 5 ປີ​ຄັ້ງທີ 13, ປຶກສາ​ຫາລື​ຮ່າງ​ກົດໝາຍ​ການ​ກຸສົນ ​ແລະ​ອື່ນໆ.

    ນອກ​ນີ້, ​ໃນ​ໄລຍະກອງ​ປະຊຸມ​ຍັງ​ຈະ​ຈັດ​ກອງ​ປະຊຸມ​ຖະ​ແຫຼງຂ່າວໜຶ່ງຄັ້ງ ​ແລະ​ກອງ​ປະຊຸມ​ຂ່າວ 4 ຄັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ