ຈັດກອງປະຊຸມຮ່ວມຄັ້ງທຳອິດຂອງໜ່ວຍງານກິດຈະກຳວົງການອຸດສາຫະກຳການຄ້າຂອງກຸ່ມ 20 ປະເທດ 2016
2016-04-18 10:05:47  cri 

       ວັນທີ 17 ເມສານີ້ ຢູ່ນະຄອນຫຼວງວໍຊິງຕັນສະຫະລັດອາເມລິກາ, ຄະນະຈັດຕັ້ງກິດຈະກຳວົງການອຸດສາຫະກຳການຄ້າຂອງກຸ່ມ 20 ປະເທດ 2016 ຫຼື B20 ໄດ້ຈັດກອງປະຊຸມຮ່ວມຄັ້ງທຳອິດຂອງໜ່ວຍງານຫາລື ໂດຍຜູ້ແທນ 300 ກວ່າຄົນຈາກວິສາຫະກິດແລະອົງການຈັດຕັ້ງປະເທດຕ່າງໆ 220 ແຫ່ງ ໄດ້ປຶກສາຫາລືກ່ຽວກັບຂໍ້ສະເໜີນະໂຍບາຍຂອງ B20ເພື່ອຍື່ນຕໍ່ກອງປະຊຸມສຸດຍອດກຸ່ມ 20 ປະເທດທີ່ຈະຈັດຂຶ້ນໃນເດືອນກັນຍາປີນີ້.

    ຄະນະກຳມະການສົ່ງເສີມການຄ້າສາກົນຈີນ ໃນຖານະເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ໃຫ້ຮູ້ວ່າ, ບົນພື້ນຖານການປຶກສາຫາລືແລະຄົ້ນຄວ້າຂອງກອງປະຊຸມ, ຈະຮ່າງເປັນບົດລາຍງານສະບັບທີສອງກ່ຽວກັບຂໍ້ສະເໜີນະໂຍບາຍ B20 ແລະຈະໄຂກອງປະຊຸມຮ່ວມຄັ້ງທີສອງຢູ່ນະຄອນຫຼວງປາຣີປະເທດຝຣັ່ງໃນທ້າຍເດືອນພຶດສະພາປີນີ້ ເພື່ອປຶກສາຫາລືບົດລາຍງານດັ່ງກ່າວຕື່ມອີກ.

    B20 ແມ່ນເວທີສຳຄັນຂອງວົງການອຸດສາຫະກຳການຄ້າສາກົນໃນການເຂົ້າຮ່ວມການຟື້ນຟູເສດຖະກິດທົ່ວໂລກແລະການກຳນົດກະຕິກາການຄ້າສາກົນ ເຊິ່ງຈະຍື່ນບົດລາຍງານປີລະສະບັບໃຫ້ກອງປະຊຸມສຸດຍອດ G20.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ