ກອງ​ປ​ະຊຸມ​ວິສາມັນ​ກ່ຽວ​ກັບ​ບັນຫາ​ຢາ​ເສບ​ຕິດ​ຂອງ​ສະມັດຊາ​ໃຫຍ່​ໄດ້​ໄຂ​ຂຶ້ນ​ໃນ​ມື້​ນີ້
2016-04-19 15:58:58  cri 
    ວັນ​ທີ 19 ​ເມສາ​ນີ້, ກອງ​ປະ​ຊຸມ​ວິສາມັນ​ກ່ຽວ​ກັບ​ບັນຫາ​ຢາ​ເສບ​ຕິດ​ຂອງ​ສະມັດຊາ​ໃຫຍ່​​ໄດ້​ຈັດ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ. ​ແລະກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ອົງການ​ສະຫະປະຊາ​ຊາດ​ປຶກສາ​ຫາລື​ບັນຫາ​ຢາ​ເສບ​ຕິດ​ຂອງ​ໂລກ​ເປັນ​ຄັ້ງ​ທີ 4 ດ້ວຍ​ຮູບ​ການ​ສະມັດຊາ​ໃຫຍ່​ພິ​ເສດ. ​​ກອງ​ປະຊຸມ​ເທື່ອ​ນີ້​ຈະພິຈາລະນາ​ສະພາບ​ການ​ປະຕິບັດ "​ຖະ​ແຫຼ​ງການ​ການ​ເມືອງ​ແລະ​ແຜນການ​ເຄື່ອນ​ໄຫວ" ທີ່​ລົງ​ນາມ​ເມື່ອ​ປີ 2009, ພ້ອມ​ກັນ​ນັ້ນກຊຈະ​ຕີ​ລາຄາ​ການ​ທ້າ​ທາຍ​ທີ່​ຂະ​ບວນການ​ຕ້ານ​ຢາ​ເສ​ບຕິດ​ສາກົນຜະເຊີນ​ໜ້າ​ໃນ​ປັດຈຸບັນ. ປະມຸກ​ລັດ​ຫຼາຍ​ປະ​ເທດແລະ​ເຈົ້າ​ໜ້າ​ທີ່​ຜູ້​ຮັບຜິດຊອບ​ວຽກ​ງານ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ຫຼາຍ​ກວ່າ 40 ທ່ານ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ. ທ່ານ​ໂກ່​ວ​ເຊີ່ງ​ຄຸ່ນ, ທີ່​ປຶກສາ​​ແຫ່ງ​ລັດ​ຈີນ, ປະທານຄະນະ​ກຳມະການ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ຈີນ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມດັ່ງກ່າວ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ