ນັກວິຊາການລາວ 50 ຄົນສຳເລັດການອົບຮົມດ້ານໄອທີ-ແສງ-ສີ-ສຽງ ຈາກຊ່ຽວຊານ ຈີນ
2016-04-20 10:06:19  cri 
  ຫວ່າງບໍ່ດົນມານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ຊ່ຽວຊານຈາກ ສປ ຈີນ ຈັດຊຸດອົບຮົມ ດ້ານໄອທີ-ແສງ-ສີ-ສຽງ ໃຫ້ແກ່ນັກວິຊາ ການຝ່າຍລາວ 50 ຄົນ ຈາກ ກົມສິລະປະການສະແດງ, ໂຮງຮຽນສິລະປະແຫ່ງຊາດ, ກອງສິລະປະກອນ ແຫ່ງຊາດ, ກອງລະຄອນເວົ້າແຫ່ງຊາດ, ກອງລະຄອນລຳແຫ່ງຊາດ, ກອງລະຄອນຕຸກກະຕາແຫ່ງຊາດ, ກອງສິລິປະກອນ ປກສ ແລະ ກອງສິລິປະກອນກອງທັບ.
  ຊຸດອົບຮົມຄັ້ງນີ້ໄດ້ເລີ່ມມາແຕ່ວັນທີ 16 ມີນາ ແລະ ປິດລົງວັນທີ 9 ເມສານີ້, ທີ່ຫໍວັດທະນາທຳແຫ່ງຊາດນະຄອນຫລວງ ວຽງຈັນໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເຊິ່ງຊຸດອົບຮົມຄັ້ງນີ້ ຊ່ຽວຊານຈາກ ສປ ຈີນ ໄດ້ເອົາໃຈໃສຍົກລະດັບຄວາມຮູ້, ຄວາມສາມາດ ດ້ານໄອທີ, ການຄອບຄຸມແສງ-ສີ-ສຽງ ແລະ ເວທີການສະ ແດງ ໃຫ້ແກ່ວິຊາການ ລາວມີຄວາມຊຳ ນານດ້ານວິຊາສະເພາະຂອງຕົນ ເຊິ່ງຈະເປັນປະກອບສ່ວນ ເຂົ້າໃນການສະແດງ ສິລະປະ, ວັດທະນາທຳ ເພື່ອຮັບໃຊ້ວັນສຳຄວາມຄັນຕ່າງໆຂອງ ພັກ-ລັດ ແລະ ສັງຄົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ