ສຳ​ເລັດ​ການ​ກໍ່ສ້າງທາງ​ດ່ວນ​ລະຫວ່າງ​ເມື​ອງຄຸນ​ໝິງຫາ​ເມືອງ​ເຖິງ​ຊົງ​
2016-04-21 16:19:58  cri 
ຂ່າວສານ​ຈີນ:ວັນ​ທີ 20 ​ເມສາ​ນີ້,ຂົວ​ຫຼົງຈ່ຽງ​ໄດ້​ເປີດ​​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ,ຫຼັງສຳ​ເລັດ​ການ​ກໍ່ສ້າງທາງ​ດ່ວນ​ຈາກ​ເມືອງ​ຄຸນ​ໝິງຫາ​ເມືອງ​ເຖິງ​ຊົງ​ຂອງ​ຈີນ​.

ຂົວ​ຫຼົງຈ່ຽງຕັ້ງ​ຢູ່​​ຕາ​ແສງ​ອູ​ເຫີ​ເມືອງ​ເຖິງ​ຊົງ,​​​ເປັນ​ຂົວໂຄ້ງ​ໃຫຍ່ຍາວ 1196 ​ແມັດ,ຈາກ​ຄວາມ​ຍາວ​ຂົວ​ທັງ​ໝົດ 2471 ​ແມັດ,ກວ້າງ 33,5 ​ແມັດ​​ແລະ​ສູງ 280 ​ແມັດ,​ແມ່ນ​ຂົວ​ສະ​ລິງ​ໃຫຍ່​ທີ່​ສຸດ​ແຫ່ງ​ທຳ​ອິດ​ຂອງ​ແຂວງ​ຢຸນນານ,ທັງ​ແມ່ນ​ຂົວ​ສະ​ລິງ​ເຂດ​ພູ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ອາຊີ​​​ເຊິ່ງມີ​ມູນ​ຄ່າ​ການ​ກໍ່ສ້າງ​ເຖິງ​ 1 ຕື້ 900 ລ້ານ​ຢວນຫຼື​ 294 ລ້ານ​​ໂດ​ລາ​ສະຫະລັດ​ແລະ​ໃຊ້​ເວລາ​ກໍ່ສ້າງ 5 ປີ,ຜົນ​ສຳ​ເລັດ​ຂອງການ​ກໍ່ສ້າງ​ຂົວ​ນີ້​ມີ​ຄວາມ​ໝາຍ​​ສຳຄັນ​ຕໍ່​ຢຸນນານ​​ໃນ​ການ​ຮັບ​ໃຊ້​ແລະ​ເຊື່ອມ​​ໂຍງ​​ເຂົ້າ​ໃນ​ຍຸດ​ທະ​ສາດ "​ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນທາງ",ກໍ່​ຄືການ​ກໍ່ສ້າງ​​ເສັ້ນ​ທາງ​​ບົກ​ທີ່​ຈີນ​​​ເສັ້ນໃສ່​ອາຊີ​ໃຕ້​​ແລະບັນລຸ​ການ​ເຊື່ອມ​ຕໍ່​ກັບ​ທາງ​ດ່ວນ​ຂອງ​ປະ​ເທດ​ອ້ອມ​ຂ້າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ