ເກືອບ 50 ປະ​ເທດ​ແລະ​ພາກ​ພື້ນ​ຕາມ "ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ​​ໃຊ້ບັດ Union Pay
2016-04-22 16:00:21  cri 

ວັນ​ທີ 21 ​ເມສາ​ນີ້, Union Pay ຂອງ​ຈີນລາຍ​ງານ​ຕໍ່ນັກ​ຂ່າວ​ວ່າ, ມາ​ຮອດ​ປັດ​ຈຸ​ບັນ, 60 ປະ​ເທດຕາມ " ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ​​ແລະມີ​​ເກືອບ 50 ປະ​ເທດ​ແລະ​ພາກ​ພື້ນສາມາດ​ໃຊ້ບັດ Union Pay ​ໄດ້.

ໃນ​ຖານ​ະ​ເປັນ​ປະ​ເທດ​ໃຈກາງ​ຂອງ​ເຂດ​ອາຊີ​ກາງ ຕາມ "ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນ​ທາງ", ກາ​ຊັກ​ສະຖານ​ໄດ້​ໃຊ້​ບັດ Union Pay ​ເປັນ​ຈຳນວນຫຼາຍ. ປັ​ດຈຸ​ບັນ, ອັດ​ຕາ​ການໃຊ້ບັດ Union Pay ຂອງບັດ ATM ​ແລະ POS ໄດ້​ເພີ່ມ​ຂຶ້ນສູງ​ເຖິງ 70% ​ແລະກວ່າ 60 % ຕາມ​ລຳດັບ, ຂະນະ​ທີ່​ໃນ 1 ປີ​ຂ້າງ​ໜ້າ​ຈະບັນລຸ​ເຖິງ 80% . ສ່ວນຢູ່ຣັດ​ເຊຍ, ​Union Pay ສາກົນ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມືຫຼາຍ​ສະບັບ​ກັບ​ທະນາ​ຄານ​ຕົ້ນຕໍ​​ເມື່ອ​ປີຜ່ານ​ມາ. ທັງ​ໝົດ​ນີ້​ແມ່ນ​ຍອດ​ລວມຂອງ​ການ​ຊົມ​ໃຊ້​ບັດ​ຕາມ​ຂອບ​ສັນຍາ​ຮ່ວມ​ມື​ໃນ​ຫຼາຍ​ປີຜ່ານມາ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ