​ເກີດ​ການ​ປະທະ​ກັນ​ໃນ​ງານ​ຊຸມນຸມ​ແຂ່ງຂັນ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ອາ​​ເມລິກາ​ຢູ່​ລັດ​ກາລິ​ຟໍ​ເນຍ
2016-04-30 13:46:47  cri 
ວັນ​ທີ 28 ​ເມສາ​ນີ້, ທ່ານ​ໂດນານ​ດ໌ ຕຣູມ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ອາ​​ເມລິກາທີ່​ຂຶ້ນ​ກັບ​ພັກ​ຣິພັບ​ລິກັນອາ​ເມລິກາ​ໄດ້​ຈັດ​ງານ​ຊຸມ​ນຸມ​​​ແຂ່ງຂັນ​ຮັບ​ເລືອກ​ຕັ້ງ​ຢູ່​ເມືອງ​ໂອ​ເຣນຈ໌ ພາກ​ໃຕ້​ລັດ​ກາລິຟໍ​ເນຍ. ປະຊາຊົນ​ຜູ້​ປະທ້ວງ​ຈຳນວນຫຼວງຫຼາຍ​ໄດ້​ເຕົ້າ​ໂຮມ​ກັນປະທ້ວງ​ຢູ່​ນອກ​ສະຖານທີ່​ຈັດ​ງານ​ຊຸມນຸມ​ ​ເຊິ່ງ​ເຮັດ​ໃຫ້​ເກີດມີ​ການ​ປະທະ​ກັນດ້ວຍ​ຄວາມ​ຮຸນ​ແຮງ, ມີ​ປະມານ 20 ຄົນ​ຖືກຕຳຫຼວດ​ຈັບ​ຕົວ.

ພາຍ​ຫຼັງທ່ານ​ໂດນານ​ດ໌ ຕຣູມ​ເຂົ້າຮ່ວມ​ການ​ແຂ່ງຂັນ​ຮັບ​ເລືອກ​ຕັ້ງ​ແລ້ວ, ຍ້ອນ​ກ່າວ​ຄວາມ​ເວົ້າ​ໂດຍ​ບໍ່​ຜ່ານ​ສະໝອງຈຶ່ງ​ເຮັດ​ໃຫ້​ເກີດ​ມີຄວາມ​ຜິດ​ຖຽງ​ກັນ​ເລື້ອຍໆ, ທ່ານ​ຖືກ​ຄູ່​ແຂ່ງຂັນ​ຕິຕຽນ​ວ່າ ​ໄດ້​ໃຊ້​ພາສາ​ທີ່​ລະດົມຂົນຂວາຍ​ເຮັດ​ໃຫ້​ສັງຄົມ​ອາ​​ເມລິກາ​ແບ່ງ​ແຍກ​ກັນ,​ແລະ​ສົ່ງ​ເສີມ​ໃຫ້​ໃຊ້​ຄວາມ​ຮຸນ​​ແຮງ.

ພາຍຫຼັງ​ນະຄອນຫຼວງປາລີ​ຂອງຝຣັ່ງ​ໄດ້​ປະສົບ​ການ​ໂຈມ​ຕີ​ແບບ​ກໍ່ການ​ຮ້າຍ​ໃນ​ປີກກາຍມາ​ແລ້ວ,ທ່ານ​ໂດນານດ໌ ຕຣູມເຄີຍຮຽກຮ້ອງ​ໃຫ້​ດຳ​ເນີນ​ການຈົດ​ທະບຽນ​ຕໍ່​ຊາວ​ມຸສລິ​ມທີ່ຢູ່​ອາ​ເມລິກາ​ແລະ​ປິດສຸ​ເຫຼົ່າ​ມຸສລິ​ມ, ຕໍ່​ມາທ່ານ​ກ່າວ​ວ່າ​ຄວນ​ຫ້າມ​ບໍ່​ໃຫ້​ຊາວ​ມຸສລິ​ມ​ເຂົ້າ​ອາ​ເມລິກາ​ຢ່າງຮອບດ້ານ ​ເຊິ່ງ​​ໄດ້​ຮັບ​ການ​ຕິຕຽນ​ຈາກ​ຫຼາຍ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ