ສ້າງ​ຕັ້ງ​ສະ​ຖາ​ບັນ​ການ​ຮ່ວມ​ມື​ໃຕ້ໆ​ແລະ​ການ​ພັດທະນາ
2016-04-30 15:49:35  cri 
ຕອນ​ເຊົ້າ​ວັນ​ທີ 29 ​ເມສາ​ນີ້, ພິທີ​ສ້າງ​ຕັ້ງ​ສະ​ຖາ​ບັນ​ການ​ຮ່ວມ​ມື​ໃຕ້ໆ​ແລະ​ການ​ພັດທະນາ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພັດທະນາ​ແຫ່ງ​ຊາດ​ຂອງ​ມະຫາວິ​ທະຍາ​ໄລ​ປັກ​ກິ່ງ. ປະທານສະ​ຖາ​ບັນ​ແມ່ນ​ທ່ານ​ລິນ​ອີ້​ຟູ່ ອະດີດຮອງ​ຜູ້​ວ່າການ​ທະນາຄານ​ໂລກ ປະທານ​ກິ​ຕິ​ມະ​ສັກ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພັດທະນາ​ແຫ່ງ​ຊາດ​ມະຫາວິທະຍາ​ໄລ​ປັກ​ກິ່ງ. ທ່ານ​ກ່າວ​ວ່າ: ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ການ​ຮ່ວມ​ມື​ໃຕ້ໆ​ຈະ​ເປັນ​ຫຼັກ​ໝາຍ​ທາງ​ອັນ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານເສດຖະກິດ​ກັບ​ຕ່າງປະ​ເທດຂອງ​ຈີນ, ​ແລະ​ມີ​ຄວາມ​ໝາຍ​ອັນ​ສຳຄັນ​ຕໍ່​ມະຫາວິທະຍາ​ໄລ​ປັກ​ກິ່ງ​ແລະ​ການ​ພັດທະນາ​ຂອງ​ເສດຖະກິດ​ໂລກ.

ສະ​ຖາ​ບັນ​ການ​ຮ່ວມ​ມື​ໃຕ້ໆ​​ແມ່ນ​ເປີດ​ປະຕູ​ຕໍ່​ຜູ້​ຄຸ້ມ​ຄອງ​ຫຼື​ນັກ​ຄົ້ນຄວ້າ​ລະດັບ​ກາງ​ຂຶ້ນ​ໄປ​ຈາກລັດຖະບານ ອົງການ​ວິຊາ​ການ ສື່​​ມວນ​ຊົນ​ ແລະອົງການ​ບໍ່​ແມ່ນ​ລັດຖະບານຂອງ​ປະ​ເທດ​ທີ່​ພວມ​ພັດທະນາ ​ເຊິ່ງຈະ​ອຳນວຍ​ການ​ສຶກສາທາງປະລິຍາວິຊາ​ການ​ພັດທະນາ​ແຫ່ງ​ຊາດ​ແລະ​​ໂຄງການ​ຄົ້ນຄວ້າ​ໄລຍະ​ສັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ