ທ່ານ​ຫຼີ​ເຄີ້ສຽງ​ຕ້ອນຮັບ​ການ​ເຂົາ​ພົບ​ຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ
2016-05-01 15:41:10  cri 

ຕອນ​ບ່າຍ​ວັນ​ທີ 30 ​ເມສາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບຂອງ​ທ່ານ​ຄີ​ຊີ​ຕາ ຟູ​ມີ​ໂອ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນທີ່​ມາ​ຢ້ຽມຢາມຈີນຢູ່​ຫໍຈີກ​ວາງ​ເກີ​ແຫ່ງ​ຈົ່ງ​ນານ​ໄຫ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ການ​ຂະຫຍາຍ​ການ​ພົວພັນ​ຈີນ-​ຍີ່​ປຸ່ນທີ່​ປອດ​​​ໄສ ​ແລະ ໝັ້ນ​ຄົງຍາວ​ນານສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານຂອງ​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ຊາດ, ມີ​ຜົນ​ດີ​ຕໍ່​ສະ​ເຖຍລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ. ​​​​ໃນ​ຊຸມປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ຈີນ-​ຍີ່ປຸ່ນ​ໄດ້​ພົບ​ບັນຫາ​ຈຳນວນ​ໜຶ່ງ, ປັດຈຸ​ບັນ, ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ທ່າອຽງ​ທີ່​ຈະ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ​ແຕ່​ພື້ນຖານ​ຍັງ​ອ່ອນຢູ່, ສອງ​ຝ່າຍ​ຕ້ອງ​​ກຳ​ເອົາ​ທິດ​ທາງ​ອັນ​ຖືກຕ້ອງ​ຂອງ​ການ​ພົວພັນ​ຈີນ-ຍີ່​ປຸ່ນດ້ວຍ​ຄວາມ​ຮັບຜິດ​ຊອບ​ເທົ່າ​ທີ່​ຄວນ.

ທ່ານ​ຄີ​ຊີ​ຕາ ຟູ​ມີ​ໂອກ່າວ​ວ່າ, ຍີ່​ປຸ່ນຍິນ​ດີ​ອີງ​ຕາມ​ນ້ຳ​ໃຈ​ເອກະສານ​ການ​ເມືອງ 4 ສະບັບ​ລະຫວ່າງ​ຍີ່​ປຸ່ນ ກັບ​ຈີ​ນ, ຍຶດໝັ້ນ​ຄວາ​ມຮັບ​ຮູ້​ທີ່​ເປັນ​ເອກະ​ພາບກັນທີ່ "​ເປັນ​ຄູ່​ຮ່ວມ​ມື​ເຊິ່ງກັນ ​ແລະ ກັນ, ບໍ່​ສ້າງ​​ໄພ​ຂົ່ມ​ຂູ່​​ໃຫ້​ແກ່ກັນ", ຮ່ວມ​​ກັບ​ຈີນ, ​​ໂຄລົບ​ເຊິ່ງກັນ​ແລະ​ກັນ, ​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​, ຄວບ​ຄຸມ​ຂໍ້​ຂັດ​ແຍ່ງ, ທຳ​ຄວາມ​ພະຍາຍາມ​ຊຸກ​ຍູ້​ການ​ພົວພັນ​ຍີ່​ປຸ່ນ-ຈີນ​ທີ່​ສ້າງຂຶ້ນ​ໂດຍ​ຜູ້ນຳຣຸ່ນກ່ອນຂອງ​ສອງ​ປະ​ເທດ​ນັ້ນ​ໃຫ້​ຂະຫຍາຍ​ໄປ​​ໜ້າ, ສ້າງ​ການ​ພົວພັນ​ຍີ່​ປຸ່ນ-ຈີນ​ທີ່​ອວ່າຍ​ໜ້າ​ໄປ​ສູ່​ອະນາຄົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ