ລັດຖະບານ​ຊຸດ​ໃໝ່​ຂອງ​ຫວຽດນາມ​ອອກ​ແຮງ​ສະໜັບ​ສະ​ໜູນ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ
2016-05-02 15:11:05  cri 
ຕາມ​ຂ່າວ​ຈາກ​ເວັບ​ໄຊ​ຂ່າວສານ​ຫວຽດນາມລາຍ​ງານ​ວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນຢູ່ນະຄອນ​ໂຮ​ຈີ​ມິນ,​ທ່ານ​ຫງວຽນ​ຊວນ​ຟຸກ, ນາຍົກລັດຖະມົນຕີຜູ້​ໃໝ່​ຂອງ​ຫວຽດນາມ​ໄດ້​ຈັດ​ງານ​ສົນທະນາ​ລະຫວ່າງ​ລັດຖະບານ​ກັບ​ວິ​ສາ​ຫະກິດ​ເປັນ​ຄັ້ງ​ທຳ​ອິດຫຼັງ​ຈາກ​ທ່ານ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີ, ​ເພື່ອ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​​ໃນ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ເອກະ​ຊົນ. ງານ​ສົນທະນາ​ມີ​ຫົວ​ຂໍ້​ວ່າ "ວິ​ສາ​ຫະກິດຫວຽດນາມ​ແມ່ນ​ພະລັງ​ແຮງ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ເສດຖະກິດ​ແຫ່ງ​ຊາດ​", ​ແລະ​ຈະວາງ​ນະ​ໂຍບາຍ​ແລະ​ມາດ​ຕະການລະອຽດ​ໃນ10ດ້ານ​ສຳຄັນ, ​ເພື່ອ​ສົ່ງ​ເສີມ​ການ​ລົງທຶນ​ແລະ​ທຸລະ​ກິດຂອງ​ວິ​ສາ​ຫະກິດ, ອອກ​ແຮງ​ສະໜັບ​ສະໜູນ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ.

10ດ້ານ​ດັ່ງກ່າວ​ລວມ​ທັງ:ລັດ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດທີ່​ຊອບ​ທຳຂອງ​ວິ​ສາ​ຫະກິດ​ຕາມ​ກົດໝາຍ, ຮັບປະກັນ​ສິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ; ນອກຈາກ​ພົບກໍລະນີ​ພິ​ເສດ, ວິ​ສາ​ຫະກິດ​ໃນ​ຂະໜາດ​ຕ່າງ​ກັນ, ປະ​ເພດ​ຕ່າງ​ກັນ​ແລະ​ກຳມະສິດ​ຕ່າງ​ກັນ, ມີ​ຄວາມ​ສະ​ເໝີ​ພາບ​ກັນ​ໃນ​ດ້ານ​ການ​ຮັບ​ເງິນ​ທຶນ, ການ​ນຳ​ໃຊ້​ທີ່​ດິນ​ແລະ​ຂໍ້​ກຳນົດ​ດ້ານ​ທຸລະ​ກິດ; ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະກິດດຳ​​ເນີນ​ການ​ລົງທຶນຢ່າງ​ໄວ້​ວາງ​ໃຈ, ລັດຖະບານ​ຮັບປະກັນ​ຄວາມ​ໝັ້ນ​ທ່ຽງ​ຍາວ​ນານ​ຂອງ​ນະ​ໂຍບາຍ, ​ເດັດຂາດ​ຈະ​ບໍ່​ປ່ຽນ​ແປງ​ນະ​ໂຍບາຍ​ພາຍ​ໃນ​ເວລາ​ສັ້ນໆ; ພະຍາຍາມ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດຖະກິດ​ມະຫາ​ພາກ; ວາງ​ຂໍ້​ກຳນົດ​ດ້ານ​ເງື່ອນ​ໄຂ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ເປັນ​ຮູບ​ການ​ຈຳນວນ,​​ໂປ່​ງ​ໃສ​ແລະ​ເຂົ້າ​ໃຈງ່າຍ, ​ເພື່ອ​ໃຫ້​ປະຊາຊົນ​ແລະ​ວິ​ສາ​ຫະກິດ​ເຂົ້າ​ໃຈ​ໄດ້; ຖື​ວິ​ສາ​ຫະກິດ​ເອກະ​ຊົນ​ເປັນ​ພະລັງ​ແຮງ​ຊຸກຍູ້​ການ​ພັດທະນາ​ຂອງ​ເສດຖະກິດ,​ສົ່ງ​ເສີມ​ການພັດທະນາ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ;​ຫຼຸດ​ແລະ​ຍົກ​ເລີກ​ອາກອນ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ, ຫຼຸດ​ອັດຕາ​ດອກ​​ເບ້ຍ​ເງິນ​ກູ້ 1%​ໃຫ້​ແກ່​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ໄລຍະ​ກາງ​ແລະ​ຍາວ, ​ແລະ​ຂົງ​ເຂດ​ບູລິ​ມະ​ສິດ, ດັ່ງ​ນີ້​ເປັນຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ