ຈີນ​ລົງທຶນ​ກໍ່ສ້າງໂຮງ​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນຢູ່​ລາວ​
2016-05-04 16:56:27  cri 

ຂ່າວ​ຈາກ​ເວັບ​ໄຊ​ຂອງ​ຫ້ອງການ​ທີ່​ປຶກສາ​ດ້ານ​ເສດຖະກິດ​ການ​ຄ້າ ສະຖານທູດ​ຈີນ​ປະຈຳ​ລາວ​ ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ຜ່ານ​ມາ, ຢູ່​ນະຄອນຫຼວງວຽງ​ຈັນ​ໄດ້​ມີ​ພິທີ​ເຊັນ​ສັນຍາສຳ​ປະທານ​ໂຄງການ​​​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ​ເພື່ອ​ເຊື່ອມ​ຕໍ່​​ໄຟຟ້າ​ຫົວພັນ ​ເຊິ່ງ​ແມ່ນ​ບໍລິສັດ​ຊົນລະປະທານ​ແລະພະລັງງານ​ໄຟຟ້າສາກົນ​ຈີນ​ລົງທຶນໜຶ່ງ​ຕື້​ໂດ​ລາ​ສະຫະລັດ.

​ນີ້​ແມ່ນ​ໂຄງການ​ຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ຄວາມ​ຮ້ອນ​ທຳ​ອິດ​ທີ່​ວິ​ສາ​ຫະກິດ​ຈີນ​ລົງທຶນ​ຢູ່​ລາວ​ເພື່ອຈຳໜ່າຍ​ໄຟຟ້າ​ຢູ່​​ໃນ​ປະ​ເທດ​ລາວ​. ​ໂຄງການ​ດັ່ງກ່າວ​ຈະ​ເລີ່​ມລົງມື​ກໍ່ສ້າງ​ໃນ​ທ້າຍ​ປີ​ນີ້ ​ແລະ ຈະ​ຜະລິດ​ໄຟຟ້າ​ທັງ​ເຊື່ອມ​ຕໍ່​ເຂົ້າຕາໜ່າງ​ໄຟຟ້າຂອງ​ລາວ​ໃນ​ທ້າຍປີ 2020.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ