ຈີນ​ແລະ​ລາວ​ຮຽກຮ້ອງ​ໃຫ້​​ກ້າວ​ເຖິງ​ຂັ້ນ​ຕົກລົງ​ກັນໃນ "ຫຼັກມາດຖານ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້ຫຼື COC" ​ໄວ​​​ເທົ່າ​ທີ່​ຈະ​ໄວ​ໄດ້
2016-05-05 17:57:56  cri 
​​​ໃນ​ໂອກາດ​ເດີນທາງ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​​ແຕ່​ວັນ​ທີ 3-5 ພຶດສະພາ​ນີ້, ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ບຸ​ນຍັງ ວໍລະ​ຈິດ,ປະທານ​ປະ​ເທດ​ລາວ.

ສອງ​ຝ່າຍ​ໄດ້​ເຫັນ​​ເປັນ​ເອກະພາບ​ກັນ​ວ່າ: ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ,ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ຢູ່​​ເຂດ​ທະ​ເລ​ຈີນ​ໃຕ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ ​​ແລະ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ, ຈັດ​ຕັ້ງ​ປະຕິບັດ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້​ຫຼື DOC"ຢ່າງຮອບດ້ານ, ຊຸກຍູ້​ການ​ປຶກສາ​ຫາລື​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ບົນ​ພື້ນຖານຄວາມ​ເປັນ​ເອກະ​ພາບ​,ພະຍາຍາມ​ສຸດ​ຂີດ​ເພື່ອ​ບັນລຸ"ຫຼັກມາດຖານ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້ຫຼື COC"​ໂດຍ​ໄວ​ເທົ່າ​ທີ່ຈະ​ໄວ​ໄດ້.

​ຈາກ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນເອກະສານ​ຮ່ວມ​ມື​ 10 ສະບັບ​ເຊັ່ນ: "​ແຜນການ​ຮ່ວມ​ມື​ລະຫວ່າງພັກ​ກອມ​ມູນິດ​ຈີນ​ແລະພັກ​ປະຊາຊົນ​ປະຕິວັດ​ລາວ(2016-2020)" "ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະເຕັກ​ໂນ​ໂລ​ຊີລະຫວ່າງ​ລັດຖະບານ​ຈີນ-ລາວ" "ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ຈີນ-ລາວ​ກ່ຽວ​ກັບການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານຄວາມ​ສາມາດການ​ຜະລິດ​ແລະ​ການ​ລົງທຶນ​"​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ