ການເພີ່ມຜົນຜະລິດແມ່ນຄວາມຕ້ອງການໃນສປປ ລາວ ແລະ ພາກພື້ນ
2016-05-06 16:20:12  cri 
  ພິທີເຜີຍແຜ່ການສໍາຫຼວດສະພາບເສດຖະກິດ-ສັງຄົມຢູ່ອາຊີ ແລະ ປາຊີຟິກ ປະຈໍາປີ 2016 ຂອງອົງການສະຫະປະຊາຊາປະຈໍາລາວ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ 2016 ນີ້ ຢູ່ສໍານັກງານອົງການສະຫະປະຊາຊາດປະຈໍາ ສປປ ລາວ ນະຄອນຫຼວງວຽງຈັນ ໂດຍທ່ານ ດຣ. ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ແລະ ທ່ານ ຊາລສ ໂຊເວລ ຮັກສາການຜູ້ອໍານວຍການອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາສປປ ລາວ, ມີຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາເສດຖະກິດ-ສັງຄົມຢູ່ອາຊີ, ປາຊີຟິກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ດຣ. ເບີລິນ ລີບົວປາວ ກ່າວວ່າ: ລັດຖະບານເລີ່ມດໍາເນີນການສົ່ງເສີມຄວາມຕ້ອງການພາຍໃນພາກພື້ນໂດຍອີງໃສ່ແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຄັ້ງທີ 8 ເນັ້ນໃສ່ການລົງທຶນໃນພາກພື້ນ ເພື່ອຂະຫຍາຍໂອກາດການພັດທະນາເສດຖະກິດ ແລະ ການເງິນ ແລະ ໄດ້ແນະນໍາໃຫ້ປະເທດຕ່າງໆ ເພີ່ມຄວາມພະຍາຍາມກະຕຸ້ນຄວາມຕ້ອງການພາຍໃນປະເທດ ແລະ ພາກພື້ນ​ໂດຍຄວນສຸມໃສ່ການສົ່ງເສີມການຜະລິດ ແລະ ເພີ່ມຄ່າແຮງງານກຳລັງການຜະລິດ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ. ສໍາລັບສປປ ລາວ ສິ່ງສໍາຄັນເພື່ອເປັນການຫຼຸດຜ່ອນຄວາມ​ແຕກ​ໂຕນແມ່ນການເພີ່ມຄ່າໃຊ້ຈ່າຍທາງສັງຄົມ ແລະ ການສ້າງຫຼາຍພາກສ່ວນທາງດ້ານເສດຖະກິດ ເຊິ່ງໃນໄລຍະຜ່ານມາ, ການເຕີບໂຕທາງເສດຖະກິດທີ່ສູງຂອງປະເທດຍັງບໍ່ທັນຕອບ​ສະໜອງ​ໄດ້ໃນການແກ້ໄຂຄວາມທຸກຍາກ.

  ການ​ທີ່ເສດຖະກິດທົ່ວ​ພາກ​ພື້ນຂະຫຍາຍຕົວຊ້ານັ້ນສ່ວນໜຶ່ງມາຈາກການຜະລິດທີ່ຫຼຸດລົງນັບແຕ່ປີ 2008, ສໍາລັບສປປ ລາວ ການເຕີບໂຕທາງເສດຖະກິດກໍຫຼຸດລົງຈາກ 8% ຕໍ່ປີ ມາເປັນ 6,4% ໃນປີ 2015. ​ແນວ​ໃດ​ກໍ​ດີອັດຕາການເຕີບໂຕທີ່ສູງນັ້ນ​ເປັນ​ຜົນມາຈາກລາຍຮັບພະລັງງານໄຟຟ້າ ແລະ ການຂຸດຄົ້ນບໍ່ແຮ່, ສ່ວນຂະແໜງກະສິກໍາມີການຈ້າງແຮງງານປະມານ 2 ສ່ວນ 3 ຂອງແຮງງານທັງໝົດ ແຕ່ວ່າຜົນຜະລິດຍັງຕໍ່າ. ​ສິ່ງທີ່ຍັງຄົງເປັນບຸລິມະສິດແມ່ນຫຼາຍພາກສ່ວນເສດຖະກິດ ແລະ ອຸດສະຫະກໍາທີ່ເພີ່ມຂຶ້ນ. ການພັດທະນາການທ່ອງທ່ຽວ ແລະ ການຜະລິດໂດຍໃຊ້ແຮງງານ ເຊັ່ນ: ຂະ​ແໜງ​ການ​ຕັດຫຍິບ ຈະຊ່ວຍຂະຫຍາຍໂອກາດການຈ້າງ​ແຮງງານເພີ່ມຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ