ສະຫະ​ປະຊາ​ຊາດ​ສ້າງ​ຕັ້ງ​ກອງ​ທຶນຫຼາຍ​ຝ່າຍ​ເພື່ອ​ຮັບ​ມື​ກັບ​ເຊື້ອ​ພະຍາດ​ຊີ​ກາ
2016-05-07 16:21:17  cri 
ວັນ​ທີ6ພຶດສະພາ​ນີ້, ອົງການສະຫະປະຊາ​ຊາດ​ໄດ້​ປະກາດ​ສ້າງ​ຕັ້ງ​ກອງ​ທຶນ​ຫຼາຍ​ຝ່າຍ​ເພື່ອ​ຮັບ​ມື​ກັບການລະບາດ​ເຊື້ອ​ພະຍາດ​ຊີ​ກາ, ​ເຊິ່ງ​ຈະ​ໃຫ້ການ​ສະໜັບສະ​ໜູນ​ດ້ານ​ທຶນຮອນ​ໃຫ້​ແກ່​ລະບົບ​ອົງການ​ສະຫະ​ປະຊາ​ຊາດ​ພ້ອມ​ຄູ່​ຮ່ວມ​ມື.

ມື້​ດຽວ​ກັນ, ​ໃນ​ງານ​ຖະ​ແຫຼ​ງຂ່າວ, ທ່ານ​ສະ​ເຕຟານ ດູ​ຈາຣິກ, ​ໂຄສົກເລຂາທິການ​ໃຫຍ່​ສະ​ປະຊາ​ຊາດ​ໃຫ້​ຮູ້​ວ່າ, ທ່ານບັນກີ​ມຸນ, ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ດັ່ງກ່າວ,​ ​ເຊິ່ງ​ເປັນ​ເວທີທີ່​ວ່ອງ​​ໄວ, ຄ່ອງ​ແຄ້ວ​ແລະ ​ຮັບຜິດຊອບ​ເພື່ອ​ສະໜັບສະໜູນ​ລະບົບ​ສະຫະ​ປະຊາ​ຊາດ​ພ້ອມ​ຄູ່​ຮ່ວມ​ມື​ໃນ​ການຮັບ​ມື​ກັບ​ການລະ​ບາດ​ຂອງ​ເຊື້ອ​ພະຍາດ​ຊີ​ກາ. ຂະນະ​ດຽວ​ກັນ,ກອງ​ທຶນ​ດັ່ງກ່າວ​ຈະ​ໃຫ້ການ​ສະໜັບ​ສະ​ໜູນ​ໂດຍ​ກົງ​ແກ່​ຂອບ​ຍຸດ​ທະ​ສາດ​ຮັບ​ມື​ກັບ​ເຊື້ອ​ພະຍາດ​ຊີ​ກາ​ທີ່​ສະ​ເໜີ​ໂດຍ​ອົງການ​ອະນາ​ໄມ​ໂລກ.

ອີງ​ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ສະຫະ​ປະຊາ​ຊາດ, ນັບ​ແຕ່​ເດືອນ​ມັງກອນ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ​ 61ປະ​ເທດ​ແລະ​ເຂດ​​ແຄວ້ນ​ໃນ​ໂລກ​ໄດ້​ລາຍ​ງານ​ກໍລະນີ​ການລະ​ບາດ​ຂອງ​ເຊື້ອ​ພະຍາດ​ຊີ​ກາ.

ປີ1947, ​ໄດ້​ຄົ້ນ​ພົບ​ເຊື້ອ​ພະຍາ​ດຊີ​ກາ​ຢູ່​ອາ​ຟຼິກາ​ເປັນ​ຄັ້ງ​ທຳ​ອິດ​, ຕົ້ນຕໍ​ແມ່ນ​ລະ​ບາດ​ຜ່ານ​ຍຸງ​ເອຢິບ​ທີ່​ຕິດ​ເຊື້ອ​ພະຍາດ​ຊີ​ກາ.​ຜູ້​ຕິດ​ເຊື້ອ​ພະຍາດ​ຊີ​ກາ​ສ່ວນ​ຫຼາຍ​ ​ມີ​ອາການ​ຄ້າຍຄື​ພະຍາດ​ໄຂ້​ເລືອດ​ອອກ​ແຕ່​ບໍ່​ຮຸນ​ແຮງ, ປັດຈຸບັນ​ຍັງ​ບໍ່​ທັນ​ມີ​ວິທີ​ປິ່ນ​ປົວ​ແລະ​ວັກ​ແຊັງ​ທີ່​ມີ​ປະສິດທິ​ຜົນ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ