ວາລະສາ​ນອາ​ເມ​ລິ​ກາ​ພິມ​ບົດ​ຄວາມ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ປ່ຽນ "ນະ​ໂຍບາຍຂົ່ມຂູ່​ດ້ວຍ​ກຳລັງ​ຮົບ" ​ໃນບັນຫາທະ​ເລຈີນ​​ໃຕ້
2016-05-08 18:12:54  cri 
ວາລະສານ 《ຂໍ້​ມູນ​ຍຸດ​ທະ​ສາດ​ທົ່ວ​ໂລກ》 ຫຼື 《Executive Intelligence Review》 ອາ​ເມ​ລິ​ກາ​ສະບັບຫຼ້າສຸດ​ທີ່​ພິມ​ຈຳໜ່າຍ​ໃນ​ວັນ​ທີ 6 ພຶດສະພາ​ນີ້ ​ໄດ້​ລົງ​ພິມ​ບົດ​ຄວາມ​ລົງ​ນາມຂອງ​ທ່ານ​ວິຫຼ້ຽມ ​ໂຈນ​ສ໌ ຜູ້​ວ່າການ​ ສຳນັກງານ​ວາລະສານ​ດັ່ງກ່າວສາຂາ​ວໍ​ຊິງ​ຕັນ. ບົດ​ຄວາມ​ຊີ້​ອອກ​ວ່າ, ນະ​​ໂຍບາຍ​ທ້າ​ທາ​ຍ​ເກາະ​ຜິດ​ຂອງລັດ​ຖະບານອາ​ເມ​ລິ​ກາທີ່​ອອກ​ແຮງ​​ແຊກ​ແຊງ​ບັນຫາ​ທະ​ເລ​ຈີນ​ໃຕ້ນັ້ນ ​ແມ່ນ ​"ນະ​ໂຍບາຍຂົ່ມຂູ່​ດ້ວຍ​ກຳລັງ​ຮົບ" ​ໃນ​ຍຸກ​ປັດຈຸບັນ, ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ໃນ​ທັນທີ.

ບົດວິ​ເຄາະທີ່​ພາດ​ຫົວ​ເລື່ອ​ງວ່າ 《ຕອນຕົ້ນ​ຂອງ​ສົງຄາມ​ພາກ​ພື້ນ​ປາຊິ​ຟິກ》 ຊີ້​ອອກ​ວ່າ, ເພື່ອ​ປົກປ້ອງ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ຂອງ​ຕົນ, ອາ​ເມ​ລິ​ກາ​​ບໍ່​ເຂົ້າ​ເປັນ​ປະ​ເທດ​ສະມາຊິກຂອງ 《ສົນທິ​ສັນຍາ​ວ່າ​ດ້ວຍກົດໝາຍທະ​ເລສະຫະ​ປະຊາ​ຊາດ》ຫຼື UNCLOS, ຍັງ​ອອກ​ແຮງປະຕິບັດ​ແລະ​ສົ່ງ​ເສີມ​ນະ​ໂຍບາຍ "​​ເສລີ​ແຫ່ງ​ການ​ເດີນ​ເຮືອ" ​ແຕ່ຝ່າຍ​ດຽວ, ໃຫ້​ກຳ​ປັ່ນ​ຮົບ​ອາ​ເມ​ລິ​ກາ​ໄປມາ​ຢູ່ຊາຍ​ແດນ​ຕ່າງປະ​ເທດ​ຕາມ​ລຳພັງ​ໃຈ. ທີ່​ຈິງ​ແລ້ວ, ນີ້​ກໍ່​ແມ່ນປະຕິບັດ​ "ນະ​ໂຍບາຍຂົ່ມຂູ່​ດ້ວຍ​ກຳລັງ​ຮົບ". ນະ​ໂຍບາຍ​ນີ້​ອາດ​ຈະ​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​ໂດຍ​ກົງ​ລະຫວ່າງ​ປະ​ເທດ​ໃຫຍ່​ທີ່​ມີອາວຸດນິວ​ເຄຼຍ, ຈົນ​ວ່າເກີດ​ສົງຄາມ.

ບົດ​ຄວາ​ມຍັງ​ຊີ້​ອອກ​ວ່າ, ຈີນ​ໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຮັກສາ​ການ​ພົວພັນ​​ໄມຕີ​ຈິດ​ມິດຕະພາບ​, ສັນຕິພາບ​ແລະ​ສະ​ເຖຍ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແລະ​ພະຍາຍາມ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ລະຫວ່າງສອງ​ຝ່າຍ. ກອງ​ປະຊຸມ​ສຸດ​ຍອດ​ຈີນ—ອາ​ຊຽນປີ 2012​ ​ໄດ້​ອອກ 《ຖະ​ແຫຼງການ​ຮ່ວມ​ເພື່ອ​ລະ​ລຶກການລົງ​ນາມ​ໃນ <ຖະ​ແຫຼງການ​ວ່າ​ດ້ວຍ​ການ​ກະທຳ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້> ຄົບຮອບ 10 ປີ》. ຖະ​ແຫຼງການ​ຮ່ວມ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ໂດຍ​ກົງແກ້​ໄຂ​ຄວາມ​ຂັດ​ແຍ່ງ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ, ບໍ່​ໃຊ້​ກຳ​ລັງ​ອາວຸດ​ຫຼືຂົ່ມຂູ່​ດ້ວຍ​ກຳ​ລັງ​ອາວຸດ, ຮັກສາ​ຄວາມອົດ​ກັ້ນ​ໄວ້, ບໍ່​ປະຕິບັດ​ການ​ເຄື່ອນ​ໄຫວ​ທີ່​ຈະ​ພາ​ໃຫ້​ຄວາມ​ຂັດ​ແຍ່ງ​ສັບສົນ​ຂຶ້ນ​ຕື່ມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ ​ແລະ​ກະທົບ​ເຖິງ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ ​ໂດຍ​ອີງ​ຕາມຫຼັກການ​ທີ່​ຮັບ​ຮູ້​​ໂດຍ​ທົ່ວ​ໄປ​ຈາກກົດໝາຍ​ສາກົນ​ຕ່າງໆ ​ເຊິ່ງລວມທັງ 《ສົນທິ​ສັນຍາ​ວ່າ​ດ້ວຍກົດໝາຍ​ທະ​ເລ​ສະຫະ​ປະຊາ​ຊາດ》. ທັງ​ໝົດ​ເຫຼົ່ານີ້ ​ຄວນ​ເປັນ​ທິດທາງ​ຫຼັກ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​​ເຂດ​ທະ​ເລ​ຈີນ​ໃຕ້.

ບົດ​ຄວາມ​ຊີ້​ອອກ​ວ່າ, ການ​ຕັດສິນບັນ​ຫາ​ທະ​ເລ​ຈີນ​​ໃຕ້​ທີ່​ຟິລິ​ບປິນສະ​ເໜີ​ອອກ​ແຕ່​ຝ່າຍ​ດຽວ​ໃນປັດຈຸບັນ ​ແມ່ນການ​ບັນ​ລະ​ຍາຍ​ຕາມ​ລຳພັງ​ໃຈ​ຕໍ່​ທິດທາງ​ດັ່ງກ່າວ, ສ່ວນ​ການ​ສະໜັບສະໜູນຂອງ​ອາ​ເມ​ລິ​ກາທີ່​ມີ​ຕໍ່​ຟິລິບ​ປິນ​ຍິ່ງ​​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ດັ່ງກ່າວຕົກ​ຢູ່​​ໃນສະພາບ​ທີ່​ກັບ​ຄືນ​ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ