ແຂວງ​ຢຸນນານ​ຈີນ​ສົ່ງ​ໄຟຟ້າ​ໃຫ້​ຫວຽດນາມ​ກວ່າ 31 ຕື້​ກິ​ໂລ​ວັດ​ໂມງ
2016-05-09 12:04:12  cri 
​ບໍລິສັດ​ເຄືອ​ຂ່າຍ​ໄຟຟ້າ​ຢຸນນານ​​ໃຫ້​ຮູ້​ວ່າ,ນັບ​ແຕ່​​​ປີ 2004 ​ເຖິງ​ເດືອນ​ມີນາ​ປີ 2016,​ແຂວງ​ຢຸນນານ​ໄດ້​ສົ່ງ​ໄຟຟ້າ​ໃຫ້​ຫວຽດນາມ​ຫຼາຍກວ່າ31 ຕື້​ກິ​ໂລ​ວັດ​ໂມງ ກາຍ​ເປັນ​ສ່ວນ​ສຳຄັນ​ດ້ານ​ການ​ຄ້າ​ກັບ​ຫວຽດນາມ​.

​​ແຂວງ​ຢຸນນານ​ມີ​ພູຜາ​ແມ່​ນ້ຳ​ຕິດ​ຈອດ​ກັບ​ຫຼາຍປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້,ທັງມີ​ຊັບພະຍາກອນ​ນ້ຳ​ທີ່​ອຸດົມສົມບູນ.ພາຍຫຼັງ​ໂຄງການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ໄຟຟ້າ 110 ກິ​ໂລ​ໂວ​ນ ​​ແຕ່​ເມືອງເຫີ​ໂຂ່ວ​ແຂວງ​ຢຸນນານ​ເຖິງເມືອງ​ລາວ​ກາຍ​ຂອງ​ຫວຽດນາມ​ສຳ​ເລັດ​ໃນ​ປີ 2004 ກໍໄດ້​ເລີ່​ມສົ່ງ​​ໄຟຟ້າ​ໃຫ້​ຫວຽ​ດນາມ.​ນອກ​ນີ້,ແຂວງ​ຢຸນນານ​ຍັງ​ໄດ້​​ສຳ​ເລັດການ​ກໍ​ສ້າງ​ສາຍ​ສົ່ງ​ໄຟຟ້າ​ເຊື່ອມ​ຕໍ່​ຕ່າງປະ​ເທດ​ຫຼາຍສາ​ຍ.

ທ່ານ​ຫວາງ​ເວີນ ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ເຄືອ​ຂ່າຍ​ໄຟຟ້າ​ຢຸນນານ​​ໝັ້ນ​ໃຈ​ວ່າ,​ພາຍຫຼັງປະຄຕິ​ບັດ​ຍຸດ​ທະ​ສາດ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ແລະ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳລ້ານ​ຊ້າງ​ແມ່​ນ້ຳ ຂອງ,ບໍລິສັດ​ຕົນ​ຈະ​ສາມ​າດ​ຮ່ວມ​ມື​ກັບ​ຫວຽດນາມ​ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ