ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ +3 ແລະ ສຸດຍອດອາຊີຕາເວັນອອກຈັດ​ຂຶ້ນ​ຢູ່ຫລວງພະບາງ
2016-05-10 14:16:42  cri 
ວັນ​ທີ 5 ຫາ​ວັນ​ທີ 9 ພຶດສະພານີ້, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ +3 (ຈີນ, ຍີ່ປຸ່ນ, ສ ເກົາຫລີ) ແລະ ກອງປະຊຸມເຈົ້າໜ້າທີ່
ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ​ເຊິ່ງໄດ້ຈັດຂຶ້ນຢູ່ໂຮງແຮມ ຫລວງພະບາງວິວ ແຂວງຫລວງພະບາງ, ​
ໂດຍທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີເປັນປະທານ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3 ໄດ້ທົບທວນຄືນການຈັດຕັ້ງປະຕິບັດ ບັນ ດາກິດຈະກໍາຮ່ວມມືໃນໄລຍະຜ່ານມາ ແລະ ວາງ
ທິດທາງ ເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນວຽກ ການຮ່ວມມື​​ແຕ່ປີ 2013-2017 ​ແລະ
ການ ຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ສະເໜີແນະນຳຂອງໜ່ວຍງານ ຜູ້ຊົງຄຸນວຸດທິອາຊີຕາເວັນອອກສອງ (EAVG II), ​ເຊິ່ງມີເປົ້າ
ໝາຍກ້າວໄປສູ່ການສ້າງປະຊາ ຄົມເສດຖະກິດອາຊີຕາເວັນອອກ ໃນໄລຍະຍາວ.  ກອງປະ ຊຸມດັ່ງກ່າວຍັງໄດ້ປຶກສາຫາລື
ກ່ຽວກັບການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີການຕ່າງປະ ເທດອາຊຽນ +3 ແລະ ກອງປະຊຸມສຸດຍອດອາຊຽນ +3 ທີ່ສປປ
ລາວ ຈະເປັນເຈົ້າພາບໃນ​ເດືອນກໍລະກົດ ​ແລະ ​ເດືອນ​ພະຈິກ 2016 ນີ້​ຕາມ​ລຳດັບ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງ
ຜັນຂະຫຍາຍຜົນຂອງ ກອງປະຊຸມສຸດຍອດອາຊີຕາ ເວັນອອກຄັ້ງທີ 10 ໃນເດືອນພະຈິກ 2015 ທີ່ຜ່ານມາ ໂດຍສະເພາະແມ່ນຖະ
ແຫລງການ ກົວລາລຳເປີ ວ່າດ້ວຍການສ້າງຕັ້ງ ອີເອເອສ ຄົບຮອບ 10 ປີ ແລະ ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ພາຍໃຕ້
6 ຂົງເຂດບູລິມະສິດຄື: ການເງິນ, ພະລັງງານ ແລະ ສິ່ງແວດລ້ອມ, ການສຶກສາ, ບັນຫາສຸຂະພາບ ແລະ ພະຍາດລະບາດ, ການຄຸ້ມ
ຄອງໄພພິບັດ ແລະ ການເຊື່ອມຈອດອາຊຽນ. ກອງປະຊຸມເຫັນດີສືບຕໍ່ເຮັດວຽກຮ່ວມກັນ ແລະ ປະສານງານຢ່າງໃກ້ຊິດ ເພື່ອຮັບປະ
ກັນການຈັດ ຕັ້ງປະຕິບັດກິດຈະກຳຮ່ວມມືຕ່າງໆ ແລະ ບັນດາຂໍ້ຕົກລົງຂອງຜູ້ນຳຢ່າງມີປະສິດທິຜົນ ແນໃສ່ເສີມ ຂະຫຍາຍອີເອເອສ
ໃຫ້ນັບມື້ນັບເຂັ້ມແຂງຂຶ້ນເລື້ອຍໆ. ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມ ໃຫ້ແກ່ກອງປະຊຸມລັດຖະມົນຕີການ
ຕ່າງປະເທດ ອີເອເອສ ແລະ ກອງປະຊຸມ ສຸດຍອດອີເອເອສ ທີ່ຈະຈັດຂຶ້ນໃນເດືອນ ກໍລະກົດ ແລະ ເດືອນກັນຍາ 2016 ຕາມ
ລຳດັບ ​ໂດຍສປປລາວເປັນເຈົ້າພາບ ແລະ ເປັນປະທານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ