ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ພວມ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ແລະ​ສະໜັບ​ສະ​ໜຸນ​ຈາກ​ປະ​ເທດ​ນັບ​ມື້​ນັບ​ຫຼາຍ
2016-05-14 15:35:08  cri 

ວັນ​ທີ 13 ພຶດສະພາ​ນີ້ ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ພວມ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ແລະ​ສະໜັບ​ສະ​ໜຸນ​ຈາກ​ປະ​ເທດ​ນັບ​ມື້​ນັບ​ຫຼາຍ, ຈີນ​ຂໍ​ຍ້ອງຍໍ​ຊົມ​ເຊີຍຢ່າງ​ສູງ​ຕໍ່​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ໄດ້​ສົ່ງ​ສຽງ​ແຫ່ງ​ຍຸດຕິ​ທຳ​ອອກ​ມາ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ລູ້​ຄ່າງ​ກ່າວ​ວ່າ, ວັນນທີ 12 ພຶດສະພາ​ນີ້ ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ທີ 7 ຂອງ​ເວທີ​ປຶກສາ​ຫາລື​ກາ​ຮ່ວມ​ມື​ຈີນ-​ອາຣັບ​ໄດ້​ຜ່ານ​ຮັບຮອງ​ 《ຖະ​ແຫຼ​ງການ​ໂດ​ຮາ》​ໂດຍ​ເນັ້ນໜັກ​ວ່າ, ປະ​ເທດ​ອາຣັບສະໜັບສະ​ໜຸນ​ຈີນ​ແລະ​ປະ​ເທດທີ​່ກ່ຽວຂ້ອງ​ແກ້​ໄຂ​ບັນຫາ​ຂັດ​ແຍ່ງ​ກັນ​ດ້ານ​ດິນ​ແດນ​ແລະ​ທະ​ເລ ດ້ວຍ​ການ​ປຶກສາ​ຫາລື​​ແລະ​ເຈລະຈາ​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ ​ໂດຍ​ອີງ​ຕາມ​ສັນຍາ​ສອງ​ຝ່າຍ​ແລະ​ຄວາມ​ຮັບ​ຮູ້​ທີ່​ເປັນ​​ເອກະສັນ​ກັນ​ທີ່​ກ່ຽວຂ້ອງ​ຂອງ​ພາກ​ພື້ນ​ແຫ່ງ​ນີ້; ​ແລະ​ກ່າວ​ເນັ້ນວ່າ ຄວນ​ເຄົາລົບ​ສິດ​ທິ​​ໃນ​ກາ​ນ​ເລືອກ​ເອົາ​ວິທີ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ຕົນ​ເອງ​ຂອງ​ປະ​ເ​ທທີ່​ມີອະທິປະ​ໄຕ ​ແລະບັນດາ​ປະ​ເທດ​ທີ່​ລົງ​ນາມ​ໃນ 《ສົນທິສັນຍາ​ວ່າ​ດ້ວຍ​ທະ​ເລ​ຂອງ​ອົງການ​ສະຫະ​ປະຊາ​ຊາດ》.

ທ່ານ​ກ່າວ​ວ່າ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ປະ​ເທດ​ເວ​ເນ​ຊູ​ແອ​ລາ ​ແລະ​​ໂມລີ​ຕາ​ເນຍກໍ່​ຕ່າງ​ໄດ້​ສະ​ແດງ​ທ່າ​ທີ​ຢ່າງ​ຈະ​ແຈ້ງ​ໃນ​ການ​ສະໜັບ​ສະ​ໜຸນ​ຫຼັກການ​ແລະ​ຫຼັກ​ໝັ້ນ​ຂອງ​ຈີນກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ, 《ຖະ​ແຫຼ​ງການ​ໂດ​ຮາ》​ແລະ​ການສະ​ແດງ​ທ່າ​ທີ​ຂອງ​ປະ​ເທດ​ດັ່ງກ່າວ​ສອດຄ່ອງ​ກັບ​ພຶດຕິກຳ​ທົ່ວ​ໄປ​ຂອງ​ບັນດາ​ປະ​ເທດ​​ໃນ​ການແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ວຍ​ການ​ເຈລະຈາກັນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ແທ້​ຈິງ​ຂອງ​ກົດໝາຍ​ສາກົນ, ສ່ອງ​ແສງ​ເຖິງ​ຄວາມ​ເຫັນ​ນອກ​ຕົວ​ທີ່​ເປັນ​ທຳ​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ບັນຫາ​ດັ່ງກ່າວ. ຈີນ​ຂໍ​ສະ​ແດງ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ປະ​ເທດ​​ແລະ​ອົງການ​ຈັດ​ຕັ້ງ​ພາ​ກພື້ນ​ຕ່າງໆ​ສົ່ງ​ສຽງ​ແຫ່ງ​ຍຸດຕິ​ທຳ​ອອກ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ