ຈີນ​ໂຕ້​ຕອບການ​ຂຽນ​ຂ່າວ​ທີ່​ພິດ​ພາດຂອງໜັງສືພິມ​ວໍ​ຊິງ​ຕັນ​ໂພສ໌ຂອງ​ອາ​ເມ​ລິ​ກາ
2016-05-16 17:40:39  cri 
ຕາມ​ຂ່າວCRI: ວັນ​ທີ 15 ພຶດສະພາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ສະຖານທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ໄດ້​ໃຫ້​ຮູ້​ວ່າ: ວັນ​ທີ 11 ພຶດສະພາ​ນີ້​, ທ່ານ ຈູ່​ໄຫຊວນ ​ໂຄສົກ​ສະຖານທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ຫ້ອງການ​ວິຈານ​ຂອງ​ໜັງສືພິມ​ວໍ​ຊິງ​ຕັນ​ໂພສ໌ ຫຼື The Washington Post ຂອງ​ອາ​ເມ​ລິ​ກາ​ ​ໂດຍ​ໄດ້ອະທິບາຍຫຼັກການແລະຈຸ​ດຢືນ​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ​ແລະ​ໄດ້ໂຕ້​ຕອບການ​ຂຽນ​ຂ່າວ​ທີ່​ພິດ​ພາດ​ຕໍ່​ບັນຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ເຄັ່ງຂຶມ​ຫຼັງ​ພິມ​ເຜີຍ​​​ແຜ່​ບົດ​ນຳ​ທີ່​ພາດ​ຫົວ​ວ່າ "​​ໂຂ​ດຫີນ​ທີ່​ເປັນອັນຕະລາຍ​ຢູ່​ທະ​ເລ​ຈີນ​ໃຕ້"​ ໃນ​ວັນ​ທີ 8 ພຶດສະພາ​ນີ້.

​ເນື້ອ​ໃນ​ກົດໝາຍ​ຊີ້​ໃຫ້​ເຫັນວ່າ: ຈີນ​ເຫັນ​ດີ​ແລະ​ລິ​ເລີ່​​ມ​​ແນວ​ຄິດສອງ​ລະບົບ​ທີ່ປະ​ເທດ​ອາ​ຊຽນສະ​ເໜີ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້ຄືຄວາມ​ຂັດ​ແຍ້​ງກັນ​ທີ່​ກ່ຽວຂ້ອງ​ຄວນ​ໃຫ້​ແກ້​ໄຂ​ໂດຍ​ປະ​ເທດ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ, ຈີນ​ແລະ​ປະ​ເທດ​ອາຊຽນຈະ​ພ້ອມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.

​ດິນ​ແດນ​ຢູ່​ທະ​ເລ​ຈີ​ນ​ໃຕ້ບໍ່​ແມ່ນ​ກຳມະສິດ​ຂອງ​ອາ​ເມ​ລິ​ກາ ສະ​ນັ້ນ, ອາ​ເມ​ລິ​ກາ​ບໍ່​ຄວນ​ປະພຶດ​ຕົນ​ເປັນ​ໂຂ​ດຫີນ​ທີ່​ອັນຕະລາຍ"ຂອງ​ພາກ​ພື້ນ​ນີ້. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ອາ​ເມ​ລິ​ກາຈະສ້າງ​ບັນຍາກາດ​ທີ່​ດີ​ໃຫ້​ແກ່​ການ​ສົນທະນາ​ລະຫວ່າງ​ປະ​ເທດ​ທີ່​ກ່ຽວຂ້ອງ. ການ​ພົວພັນ​ກຸ່ມ​ພັນທະ​ມິດ​ລະຫວ່າງ​ອາ​ເມ​ລິ​ກາ​ແລະປະ​ເທດ​ທີ່​ກ່ຽວຂ້ອງ​ບໍ່​ຄວນ​ກາຍ​ເປັນ​ຂໍ້​ອ້າງ​ເພື່ອ​ທຳລາຍ​ອະທິປະ​ໄຕ​ແລະ​ສິດຜົນປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ