ທ່ານ​ຫວາງ​ຢີ້ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ​ເຄຣີ
2016-05-17 14:50:05  cri 
ວັນ​ທີ 16 ພຶດສະພາ​ນີ້, ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ສົນທະນາ​ທາງໂທລະສັບ​ກັບ​ທ່ານ​ຈອນ ​ເຄຣີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຕາມ​ນັດໝາຍ.
ທ່າ​ນຫວາງ​ຢີ້ກ່າວ​ວ່າ, ຈີນ​-ອາ​ເມ​ລິ​ກາ​ຈະ​ຈັດການ​ສົນທະນາ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ ​ຮອບ​ໃໝ່​ລວມທັງ​ປຶກສາ​ຫາລື​ການ​ແລກປ່ຽນ​ວັດທະນະທຳລະດັບ​ສູງ, ​ແລະ​ແລກປ່ຽນການ​ປະສານ​ງານ​ລະຫວ່າງ​ສອງ​ປະ​ເທດຢ່າງ​ໃກ້ຊິດ​ກ່ຽວ​ກັບ​ການ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ G20 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫາງ​ໂຈ່​ວ. ຈາກ​ນັ້ນສອງ​ຝ່າຍກໍ​ຫວັງ​ຈະ​ສືບ​ຕໍ່​ສຸມ​ໃສ່​ການ​ຮ່ວມ​ມື, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເໝາະ​ສົມ, ​ເຮັດໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ.

ທ່ານ​ຫວາ​ງຢີ້ກ່າວ​ວ່າ, ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ, ປະຕິບັດ​ຕາມ​ຖະ​ແຫຼ​ງການ​ຮ່ວມ​ຈີນ​ອາ​ເມ​ລິ​ກາສາ​ມສະບັບ, ​ແລະ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ຢ່າງ​ເໝາະ​ສົມ.
ສ່ວນທ່ານ​ເຄຣີກໍກ່າວ​ວ່າ, ອາ​ເມ​ລິ​ກາ​ເອົາ​​ໃຈ​ໃສ່​​ສູງ​ຕໍ່​ການ​ຂະຫຍາຍ​ສາຍ​ພົວພັນ​ກັບ​ຈີນ. ຫຼັກ​ໝັ້ນ​ຂອງ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ​ບໍ່​ມີ​ການ​ປ່ຽນ​ແປງ, ​ແລະກໍຈະ​ບໍ່​ປ່ຽນ​ແປງ, ອາ​ເມ​ລິ​ກາ​ບໍ່​ສະໜັບສະໜູນການ "​ແຍກ​ໄຕ້​ຫວັນ​ອອກ​ຈາກ​ປະ​ເທດ​ຈີນ"

ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ, ​ແລະ​ການ​ແກ້​ໄຂ​ບັນຫາ​ທາງ​ທະ​ເລ​ຢ່າງ​ເໝາະສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ