ກຸ່ມຜູ້​ລັກລອບ​ສົ່ງ​ຊາວ​ຕ່າງ​ດ້າວຂ້າມ​ແດນ​ຜິດ​ກົດໝາຍ​ໄດ້ຜົນ​ປະ​ໂຫຍ​ດຢ່າງ​ໜ້ອຍ 5 ຕື້​ໂດ​ລາ​ຈາກ​ວິ​ກິດ​ການ​ຊາວ​ອົບ​ພະຍົບຂອງ​ເອີ​ລົບ
2016-05-18 14:25:51  cri 
ວັນ​ທີ 17 ພຶດສະພາ​ນີ້, ອົງການ​ຕຳຫຼວດ​​ອາຍາ​ສາກົນ​ແລະອົງການ​ຕຳຫຼວດ​ອາຍາ​​ເອີ​ລົບຮ່ວມ​ກັນ​ອອກ​ບົດ​ລາຍ​ງານ​ໂດຍລະບຸ​ວ່າ, ກຸ່ມ​ຊິນ​ດິ​ເຄດຫຼື​ກຸ່ມ​ຜູ້​ລັກລອບ​ສົ່ງ​ຊາວ​ຕ່າງ​ດ້າວ​ຂ້າມ​ແດນ​ຜິດ​ກົດໝາຍໄດ້ຮັບຜົນ​ປະ​ໂຫຍ​ດຢ່າງ​ໜ້ອຍ 5 ຕື້​ໂດ​ລາ​ສະຫະລັດ​ຈາກ​ວິ​ກິດ​ການ​ຊາວ​ຍົບພະຍົບທີີ່​ເກີດ​ຂຶ້ນ​ຢູ່​ເອີ​ລົບ​ໃນ​ປີ​ຜ່ານ​ມາ.

ບົດລາຍ​ງານ​ດັ່ງກ່າວ​ຊີ້​ອອກ​ວ່າ, ປີຜ່ານມາ​ມີ​ຊາວ​ອົບ​ພະຍົບປະມານ 1 ລ້ານ​ຄົນ​ເຂົ້າ​ສູ່​ດິນ​ແດນ​ສະຫະພາບ​ເອີ​ລົບ, ​​ແລະໃນຈຳນວນ​ນີ້ 90% ​ໄດ້​ຈ່າຍ​ເງິນ​ໃຫ້​ແກ່​ກຸ່ມ​ຊິນ​ດິ​ເຄດ​​ເພື່ອ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ຈາກ​ກຸ່ມ​ດັ່ງກ່າວ, ​ແນວ​ໃດ​ກໍ​ດີຄາດ​ວ່າຕົວ​ເລກ​ນີ້​ຈະ​ສືບ​ຕໍ່​ສູງ​ຂຶ້ນ​ໃນ​ປີ​ນີ້. ຂະນະ​ທີ່ບົດ​ລາຍ​ງານດັ່ງກ່າວ​ຊີ້​ໃຫ້​ເຫັນອີກ​ວ່າ, ຊາວ​ອົບ​ພະຍົບຕ້ອງຈ່າຍ​ເງິນ​ໃຫ້​ແກ່​ກຸ່ມ​ຊິນ​ດິ​ເຄດ​ແຕ່ 3000 ຫາ 6000 ​ໂດ​ລາ​ຕໍ່​ຄົນ.

ປັດຈຸບັນ, ຍັງ​ມີ​ຊາວ​ອົບ​ພະຍົບປະມານ 8 ​ແສນ​ຄົນ​ລໍຖ້າ​ຢູ່​ລີ​ບີ​ເພື່ອ​​ລີ້ໄພ​ຢູ່​ສະຫະພາບ​ເອີ​ລົບ. ​ເຊິ່ງຊາວ​ອົບ​ພະຍົບ​ເຫຼົ່າ​ນີ້​ອາດ​ຈະ​ໄດ້​ເດີນທາງ​ດ້ວຍ​ຍົນ​ຫຼື​​​ໃຊ້​ວິທີ​ອື່ນທີ່​ສາມາດ​ລັກລອບເຂົ້າ​​ເອີ​ລົບ​ໂດຍ​ຜ່ານ​ການ​ເຮັດ​ໜັງສື​ຢັ້ງຢືນປອມ, ​ແລະອາດ​ຈະ​ກາຍ​ເປັນ​ວິທີ​ໃໝ່​ຂອງ​ກຸ່ມ​ຊິນ​ດິ​ເຄດ​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ