ສະແດງສິລະປະສະຫຼອງການສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ 55 ປີ
2016-05-19 17:32:05  cri 
  ຕາມຂ່າວ CRI: ວັນທີ 18 ພຶດສະພານີ້ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລຊູໂຈ ສປ ຈີນ ໄດ້ຮ່ວມກັນສະແດງສິລະປະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 55 ປີ ໂດຍ ທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ມຽວ ແຊເວີຍ ປະທານສະມາຄົມແລກປ່ຽນວັດທະນະທຳ ເມືອງຊູໂຈ ສປ ຈີນ, ທ່ານນາງ ແສງແກ້ວ ຕາງໜ້າ ທູດ ສປ ຈີນ ປະຈຳ ສປປ ລາວ ແລະ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູອານຈານນັກສຶກສາເຂົ້າຮ່ວມ.

  ການສະແດງດັ່ງກ່າວໄດ້ນຳເອົາລາຍການສະແດງ 17 ລາຍການຄື: ບົດຟ້ອນຍິງ, ດົນຕີຈ່ຽງໜານສື່ຈຸ, ຟ້ອນໂຕສິງ, ສິລະປະປ້ອງກັນໂຕ ແລະ ອື່ນໆ ເຊິ່ງການສະແດງແຕ່ລະລາຍການໄດ້ສ່ອງແສງໃຫ້ເຫັນເຖິງວັດທະນະທຳອັນດີງາມລາວ-ຈີນ. ນອກນີ້, ຍັງໄດ້ຈັດກິດຈຳກຳ ຈັບສະຫຼາກຊີງລາງວັນທຶນການສຶກສາ ແລະ ອື່ນໆ.

  ທ່ານ ຮສ. ປອ. ພຸດ ສິມມາລາວົງ ກ່າວວ່າ: ສປປ ລາວ ແລະ ສປ ຈີນ ເປັນສອງປະເທດມີ່ມີຄວາມຮັກແພງສາມັກຄີ,ເປັນເພື່ອນມິດທີ່ດີ ແລະມີມູນເຊື້ອອັນດີງາມໃນການພົວພັນຮ່ວມມືເຊິ່ງການຮ່ວມມືໃນຫລາຍຂົງເຂດລະຫວ່າງສອງປະເທດລ້ວນແຕ່ປະສົບຜົນສໍາເລັດ ຢ່າງຫລວງຫລາຍ. ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມມືກັບ ມະຫາວິທະຍາໄລ, ວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ ຂອງ ສປ ຈີນ 29 ແຫ່ງ. ສຳລັບການສະແດງສິລະປະຄັ້ງນີ້ ເພື່ອເປັນການແລກປ່ຽນວັດທະນະທຳ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວກັບ ມະຫາວິທະຍາໄລຊູໂຈ ສປ ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 55 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ