ອອກ​ຖະ​ແຫຼ​ງການກອງ​ປະຊຸມ​ລັດຖະມົນຕີ​ທ່ອງທ່ຽວ​ຂອງ​ກຸ່ມ 20 ປະ​ເທດ​ ຄັ້ງ​ທີ 7 ຢູ່​ນະຄອນຫຼວງ​ປັກ​ກິ່ງ
2016-05-21 17:02:07  cri 

  ວັນ​ທີ 20 ພຶດສະພາ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​ທ່ອງທ່ຽວ​ຂອງ​ກຸ່ມ 20 ປະ​ເທດ​ຫຼື G20 ຄັ້ງ​ທີ 7 ໄດ້ອອກ​ຖະ​ແຫຼ​ງການ​ຢູ່​ນະຄອນຫຼວງ​ປັກ​ກິ່ງຂອງ​ຈີນ ​ໂດຍ​ສຸ​ມ​ໃສ່​ບົດບາດ​ຊຸກຍູ້​ຂອງ​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ໃນ​ຂະ​ບວນການ​ພັດທະນາ​ແບບກວມລວມ​ຂອງ​ໂລກ ​ແລະ ສົມທົບ​ກັບຈຸດ​ໜ້າ​ສົນ​ໃຈ​ທີ່​ສຳຄັນ​ຂອງ​ G20, ໄດ້​ເຫັນ​ດີ​ເປັນ​ເອກະ​ພາບກັນ​ຈະຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ວາລະ​ແຫ່​ງການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030 ​ໃນຂະ​ແໜງ​ການທ່ອງທ່ຽວ, ປັບປຸງ​ນະ​ໂຍບາຍ​ດ້ານ​ການທ່ອງທ່ຽວ​ໃຫ້​ສົມບູນ ​ແລະ ສ້າງ "​ເສດຖະກິດ​ໂລກ​ທີ່​ເປີດປະຕູ​"ກວ່າ​ເກົ່າ.

  ນອກ​ນີ້, ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມດັ່ງກ່າວ​ໄດ້​ເຫັນ​ດີເປັນ​ເອກະ​ພາບກັນ​ຈະ​ຊຸກຍູ້​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ກວ່າ​ເກົ່າ, ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ດ້ານ​ການ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ອັນ​ເນື່ອງ​ມາ​ຈາກ​ການທ່ອງທ່ຽວ​ທີ່​ມີ​ຄວາມ​ສະດວກ​ຍິ່ງ​ຂຶ້ນ; ສົ່ງ​ເສີມ​ໃຫ້​ກຸ່ມ G20 ພິຈາລະນາ​​ຖື​ຂະ​ແໜງ​ການທ່ອງທ່ຽວ​ເປັນ​ຂະ​ແໜງ​ການ​ທີ່​ສຳຄັນ​​ໃນ​ການ​ບັນລຸ​ໜ້າ​ທີ່​ການສ້າງ​ຊ່ອງ​ທາງ​ໃໝ່​ແຫ່ງ​ການ​ພັດທະນາ​​ເຕີບ​ໂຕ​ທີ່​ໄດ້ກຳນົດ​ໄວ້​ແລະ​ອື່ນໆ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ