ທ່ານ​ໂອ​ບາ​ມາຢ້ຽມຢາມຫວຽດນາມ
2016-05-23 15:51:53  cri 

ວັນ​ທີ 22 ພຶດສະພາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ໄດ້​ເດີນທາງ​​​ເຖິງ​ສະໜາມ​ບິນ​ຮາ​ໂນ້ຍ​ເປັນ​ການ​ເລີ່​ມຢ້ຽມຢາມ​ຫວຽດນາມ​ທາງລັດຖະກິດ.


ທ່ານ​ໂອ​ບາ​ມາ​ແມ່ນ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຜູ້​ທີ 3 ທີ່​​ເດີນທາງຢ້ຽມຢາມ​ຫວຽດນາມ, ​ເຊິ່ງການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ເນັ້ນ​ຄວາມສຳຄັນ​ຂອງ​ການ​ພັດທະນາ​ເສດຖະກິດ​ແລະ​ຍຸດ​ທະ​ສາດການ​ພົວພັນ​ທີ່​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ລະຫວ່າງ​ສອງ​ປະ​ເທດ. ​ຂ່າວ​ແຈ້ງວ່າ, ທ່ານ​ໂອ​ບາ​ມາ​ອາດ​ຈະ​ພິຈາລະນາ​ຍົກ​ເລີກການ​ຈຳກັດ​ຂາຍ​ອາວຸດ​ໃຫ້​ແກ່​ຫວຽດນາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ