ທະນາຄານອຸດສາຫະກຳການ​ຄ້າຈີນກາຍ​ເປັນ​ທະນາຄານ​ທຶນ​ຕ່າງປະ​ເທດ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ປາ​ກິ​ສະຖານ
2016-05-24 16:18:27  cri 
ຕາມ​ຂ່າວCRI: ວັນ​ທີ 23 ພຶດສະພາ​ນີ້, ກິດຈະກຳ​ສະຫຼອງການ​ສ້າງ​ຕັ້ງ​ສາຂາ​ທະນາຄານ​ອຸດສາຫະກຳ​ການ​ຄ້າຈີນ​​ຢູ່​ປາ​ກິ​ສະຖານ​ຄົບຮອບ 5 ປີ​ທີ່​ຈັດ​ຂຶ້ນ​ຢູ່​ເມື​ອງຄາຣາຊີປະ​ເທດ​ດັ່ງກ່າວ, ທ່ານ ​ເຮີ​ເຊີ່ງ​ຫູ ຜູ້ອຳນວຍການ​ໃຫຍ່​ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນ​ສາຂາ​ຄາຣາຊີ​ກ່າວ​ວ່າ: ມາ​ຮອດ​ທ້າຍ​ປີ 2015, ຍອດທຶນ​ລວມ, ໜີ້​ສິນ​ແລະ​ກຳໄລສຸດທິຂອງ​ທະນາຄານ​ຕົນໄດ້​ເພີ່ມ​ຂຶ້ນ 1931%, 1833%​ ​ແລະ 904% ​ຕາມ​ລຳດັບ​ຫຼັງ​ເປີດ​ບໍລິການ​ແຕ່​ປີ 2011 ຂະໜາດ​ທຶນ​ແລະ​ຂີດຄວາມ​ສາມາດການ​ມີ​ກຳ​ໄລ​ໄດ້​ກ້າວຂຶ້ນມາ​​ເປັນອັນ​ດັບ​ໜຶ່ງ​​ໃນ​ຈຳນວນທະນາຄານ​ທຶນ​ຕ່າງປະ​ເທດ ​ແລະ ກາຍ​ເປັນ​ທະນາຄານ​ທຶນ​ຕ່າງປະ​ເທດ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ປະ​ເທດ​ນີ້.

​ພາຍຫຼັງ​ສ້າງ​ຕັ້ງສາຂາຢູ່​ປາ​ກິ​ສະຖານ​​ເມື່ອ​ປີ 2011 ​ຜ່ານ​ມາ, ທະນາຄານ​ອຸດສາຫະກຳ​ຈີນ​ໄດ້​​ເພີ່ມ​ທະວີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການພົວພັນ​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ ທັງ​ໄດ້​ສະໜອງ​ການ​ເງິນ​ແບບ​ຫັນ​ເປັນ​ຫຼາຍຮູບ​ແບບ​ການ​ບໍລິການ​​ໃຫ້​ແກ່​ວິ​ສາ​ຫະກິດ 100 ກວ່າ​ແຫ່ງ​ເຊັ່ນ: ການ​ບໍລິກາ​ນຊຳລະ​ສະ​ສາງ​ດ້ວຍ​ເງິນ​ປະ​ເທດ​ຕົນ​ແລະ​ເງິນ​ຕ່າງປະ​ເທດ, ການ​ບໍລິການ​​ລະດົມ​ທຶນ​ດ້ານການ​ຄ້າ, ​ໂຄງການ, ກາ​ນບໍລິການ​ໃຫ້​ຄຳ​ປຶກສາ​ດ້ານ​ການ​ລົງທຶນ,ການລະດົມ​ທຶນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ