ງານສະແດງສິລະປະເພື່ອຕອບບຸນແທນຄຸນຄູອາຈານຂອງນັກສຶກສາຈີນອັດລົງຢ່າງສຳເລັດຜົນ
2016-05-24 15:52:28  cri 

 

  ຕອນຄໍ່າວັນທີ 23 ພຶດສະພານີ້, ງານສະແດງສິລະປະເພື່ອຕອບບຸນແທນຄຸນຄູອາຈານຂອງນັກສຶກສາຈີນທີ່ຈະສໍາເລັດການສຶກສາ
ໃນສົກຮຽນ2015—2016ໄດ້ຈັດຂຶ້ນທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດລາວ,ທ່ານຫົງຈ່ຽງ ຫົວໜ້າພະແນກການເມືອງສະ
ຖານທູດຈີນປະຈຳລາວ, ທ່ານ ຮຈ ດຣ ພຸດ ສິມມາລາວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ, ນັກສຶກສາແລະ
ຄູອາຈານຂອງມະຫາວິທະຍາໄລແຫ່ງຊາດລາວພ້ອມດ້ວຍຜູ້ແທນທັງຈີນແລະລາວທີ່ມາຈາກວົງການຕ່າງໆໃນສັງຄົມລວມທັງໝົດ
500 ກວ່າຄົນໄດ້ເຂົ້າຊົມງານໃນຄັ້ງນີ້.

   ທ່ານຫົງຈ່ຽງ ຫົວໜ້າພະແນກການເມືອງສະຖານທູດຈີນປະຈຳລາວໄດ້ກ່າວຄຳປາໄສຢູ່ໃນງານໂດຍກ່າວວ່່າ,ປີ2016ແມ່ນປີທີ່
ລາວ-ຈີນສາງສາຍສໍາພັນທາງການທູດຄົບຮອບ 55 ປີ,ສອງຝ່າຍຈະເພີ່ມທະວີການຮ່ວມມືແລະການແລກປ່ຽນກັນຕື່ມອີກ.ການພົວ
ພັນລະຫວ່າງສອງປະເທດໄດ້ເຂົ້າສູ່ໄລຍະທີ່ດີທີ່ສຸດ,ສອງປະເທດກໍຕ້ອງການຜູ້ມີຄວາມຮູ້ຄວາມສາມາດດ້ານພາສາຈີນແລະພາສາ
ລາວ,ສະນັ້ນ,ຫວັງໃຫ້ນັກສຶກສາທັງຫລາຍກຳໂອກາດໃຫ້ດີເພື່ອປະກອບສ່ວນເຂົ້າໃນພາລະກິດສາງສາປະເທດແລະມິດຕະພາບຈີນ
-ລາວ, ແລະຫວັງວ່າສອງປະເທດຈະມີໂອກາດການຮ່ວມມືທີ່ນັບມື້ນັບຫລາຍຂຶ້ນໃນດ້ານການສຶກສາໃນຕໍ່ໜ້າເພື່ອອົບຮົມບົ່ມສ້າງຜູ້ມີ
ຄວາມຮູ້ຄວາມສາມາດຫລາຍກວ່າເກົ່າໃນການແລກປ່ຽນໃນຂົງເຂດຕ່າງໆ.

ງານສະແດງດັ່ງກ່າວແມ່ນສະຖານທູດຈີນປະຈໍາລາວເປັນເຈົ້າພາບ,ມະຫາວິທະຍາໄລແຫ່ງຊາດລາວແລະຄະນະນັກສຶກສາຈີນທີ່ຮຽນ
ຢູ່ ມ.ຊ ເປັນຝ່າຍຈັດ. ນັກສຶກສາຈີນໄດ້ສະແດງລາຍການຫລາກຫລາຍທີ່ໜ້າປະທັບໃຈໃຫ້ແກ່ຜູ້ຊົມທັງຫລາຍ,ເຊັ່ນ:ການເຕັ້ນທີ່ເຕັມ
ໄປດ້ວຍຄວາມກະຕືລືລົ້ນຄວາມໜຸ່ມແໜ້ນຫ້າວຫັນ,ບົດຟ້ອນສະໄໝບູຮານທີ່ສ່ອງແສງໃຫ້ເຫັນເຖິງວັດທະນະທໍາອັນດີງາມທີ່ເປັນມູນ
ເຊື້ອຂອງຈີນ,ການເສບດົນຕີພື້ນເມືອງທີ່ມີສີສັນພິເສດຂອງຈີນແລະອື່ນໆ.ນອກຈາກນີ້,ຜູ້ເຂົ້າຮ່ວມງານແຂ່ງຂັນຮ້ອງເພງຈີນເພື່ອຄວາມ
ຮັກແພງລາວ—ຈີນທີ່ຈັດໂດຍCRIປະຈໍາລາວແລະສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດລາວກໍໄດ້ສະແດງລາຍການພິເສດ,
ໄດ້ສົ່ງພອນໄຊອັນປະເສີດໃຫ້ແກ່ນັກສຶກສາທັງຫລາຍດ້ວຍສຽງເພງ.ນັກສຶກສາລາວແລະນັກສຶກສາຫວຽດນາມທີ່ຮຽນຢູ່ ມ.ຊ ກໍໄດ້
ສະແດງລາຍການລະຄອນ,ບົດເພງແລະບົດຟ້ອນ.ງານສະແດງໃນຄັ້ງນີ້ໄດ້ມີຄວາມເບີກບານມ່ວນຊື່ນແລະບັນຍາກາດຄຶກຄື້ນຕະຫລອດ
ງານ.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ