ໄຂກອງ​ປະຊຸມ​ອະນາ​ໄມໂລກ​ຄັ້ງ​ທີ 69
2016-05-24 16:00:44  cri 
ຕອນ​ເຊົ້າ​ວັນ​ທີ 23 ພຶດສະພາ​ນີ້, ກອງ​ປະຊຸມອະນາ​ໄມ​ໂລກ​ຄັ້ງ​ທີ 69 ​ໄດ້​ໄຂ​ຂຶ້ນ​ຢູ່​ເຊີ​ແນວ, ຜູ້ຕາງໜ້າ​​ຈາກ​ 194 ສະມາຊິກ​ຂອງ​ອົງການ​ອະນາ​ໄມ​ໂລກ​ຈະ​ສຸມ​ໃສ່​ບັນຫາ​ການ​ສ້າງຂະ​ບວນການ​ພັດທະນາ​ແບບ​ຍືນ​ຍົງປີ 2030 ​ແລະການ​ຮັບ​ມື​ສຸກ​ເສີນ​ດ້ານ​ສາທາ​ລະນະ​ສຸກ. ກອງ​ປະຊຸມ​ຄັ້ງ​ນີ້​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ 6 ວັນ​ທັງຈະ​​ຮັບຮອງມະຕິ​ຫຼືຂໍ້​ຕົກລົງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ສາທາລະນະ​ສຸກ​ຂອງ​ໂລກ.

ທ່ານ​ມູຮາ​ມັດ ຊາ​ດິ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ປະ​ເທດ​ໂອ​ມານ​​ເປັນ​ປະທານ​ ​ກອງປະຊຸມດັ່​ງກ່າວ​ເຊິ່ງ, ຫົວ​ຂໍ້​ທົ່ວ​ໄປ​ຂອງ​ກອງ​ປະຊຸມ​​ແມ່ນ "ປ່ຽນ​​ແປງ​ໂລກ​ຂອງ​ພວກ​ເຮົາ: ຂະ​ບວນການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030 " ຄາດ​ວ່າ​ກອງ​ປະຊຸມ​ດັ່ງກ່າວ​ຈະ​ຮັບ​ຮອງມະຕິ​ຫຼື​ຂໍ້​ຕົກລົງ 21 ຂໍ້​​ເຊັ່ນ, ​​ແຜນການ​ຮັບ​ມື​ກັບ​ຜົນ​ກະທົບ​ທາງ​ລົບ​ຈາກ​ມົນ​ລະ​ພິດ​ອາກາດ​ຂອງ​ໂລກ, ປ້ອງ​ກັນ​ພະຍາດໄຂ​ຫວັດ​ແຜ່​ລະບາດ​ຂະໜາດ​ໃຫຍ່​ແລະ​ອື່ນໆ.

ກອງ​ປະຊຸມ​​ອະ​ນາ​ໄມ​ໂລກ​ຂອງ​ອົງການ​ອະນາ​ໄມ​​ໂລກ, ຈະ​ຈັດ​ຂຶ້ນ​​ເປັນ​ປົກ​ຕະຕິຢູ່​​ເຊີ​ແນວ​ໃນ​ເດືອນ​ພຶດສະພາ​​ຂອງ​ທຸກ​ປີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ