ມູນ​ຄ່າການ​ຄ້າ​ຈີນ​ອິນ​ເດຍ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ
2016-05-25 11:22:51  cri 

ທ່ານ​ພຼານັບ​ຄູ​ມາ ມູ​ເຮິ​ຈີ, ປະທານາທິບໍດີອິນ​ເດຍກ່າວ​ໃນ​ໂອກາດ​ເດີນທາງ​ຢ້ຽມຢາມຈີນ​ໃນ​ວັນ​ທີ 24 ພຶດສະພາ​ນີ້ວ່າ, ໃນ​ເກືອບ 10 ປີ​ມາ​ນີ້, ການ​ຄ້າ​ລະຫວ່າງ​ຈີນ​​ແລະ​ອິນ​ເດຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ຄື​ແຕ່​ປີ 2000 ​ເປັນຕົ້ນມາເພີ່ມ​ຂຶ້ນ 20 ກວ່າ​ເທົ່າ.

​ໃນ​ມື້​ທຳ​ອິດ​ຂອງ​ການຢ້ຽມຢາມ​ຈີນ, ທ່ານມູ​ເຮິ​ຈີ ປະທານາທິບໍດີ​ອິນ​ເດຍ​ໄດ້​ພົບ​ປະ​ກັບ​ຊາວ​ອິນ​ເດຍຢູ່​​ນະຄອນ​ກວາງ​ໂຈ່​ວ ​ແລະ​ໄດ້​ກ່າວ​ວ່າ, ​ແຕ່​ປີ 1999 ​ເປັນຕົ້ນມາ, ການ​ພົວພັນລະຫວ່າງ​ສອງ​ຝ່າຍໄດ້​ຂະຫຍາຍຕົວດີ​ທີ່​ສຸດ​ ​ເຊິ່ງ​ເຫັນ​ໄດ້​ຈາກຍອດມູນຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​​ຈາກ 2 ຕື້ 900 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ 2000 ​ເພີ່ມ​ຂຶ້ນ​​ເຖິງ 71 ຕື້​ໂດ​ລາ​ໃນປັດຈຸບັນ​ນີ້. ປະ​ເທດ​ອິນ​ເດຍມີ​ກຳລັງ​ບົ່ມຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ມື​​ເພື່ອ​ການ​ເຕີບ​ໂຕ​ທາງ​ການ​ຄ້າ, ການ​ລົງທຶນ, ​ແລະ​​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ. ທ່ານມູ​ເຮິ​ຈີ​ເນັ້ນວ່າ, ຖ້າວ່າປະຊາຊົນອິນ​ເດຍ​ແລະ​ຈີນ​​ເປັນ​ຈິດ​ໜຶ່ງ​ໃຈດຽວ​ກັນ​ແລະ​ມີ​ຄວາມພະຍາຍາມຮ່ວມ​ກັນ, ຈະ​​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຊາດຂະຫຍາຍຕົວ​ກ້າວ​ໜ້າ​ຢ່າງ​ໝັ້ນທ່ຽງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ