ສຳ​ເລັດກອງ​ປະຊຸມສຸດ​ຍອດ​ວ່າ​ດ້ວຍ​ມະນຸດ​ສະ​ທຳໂລກຄັ້ງ​ທຳ​ອິດ​
2016-05-25 16:17:04  cri 
ວັນ​ທີ 24 ພຶດສະພາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ມະນຸດສະທຳ​​ໂລກຄັ້ງທຳ​ອິດ​ທີ່​ຈັດ​ຂຶ້ນຢູ່​ອິສຕານ​ບູນປະ​ເທດ​​ຕວກກີ​ໄດ້​ອັດ​ລົງ, ດ້ວຍ​ຜົນສຳ​ເລັດ​ເຊິ່ງ​ໃນ​ການ​ກ່າວອັດ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ, ທ່ານ​ບັນ​ກິ​ມູນ, ​ເລຂາທິ ການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ກ່າວວ່າ, ຜູ້​ຮ່ວມ​ກອງ​ປະຊຸມ 400 ກວ່າຝ່າຍ​ລວມທັງ​ປະ​ເທດ, ອົງການ​ຈັດ​ຕັ້ງ​ແລະຄະນະ​ສາກົນ​ແລະ​ພາກ​ພື້ນ​ໄດ້​ຮ່ວມ​ກັນ​​ໃຫ້​ຄຳ​ໝັ້ນ​ສັນຍາ 1500 ກວ່າ​ຂໍ້.

ທ່ານ​ບັນ​ກິ​ມູນ​ກ່າວ​ວ່າ, ອົງການ​ສະຫະ​ປະຊາ​ຊາດ​ຈະ​ສືບ​ຕໍ່ຊອກຫາ​ເປົ້າ​ໝາຍ​ວຽກ​ງານ​ມະນຸດສະທຳ, ຊຸກຍູ້​ໃຫ້​ປະ​ເທດ​ສະມາຊິກ​ເສີມ​ຂະຫຍາຍບົດບາດ​ຂອງ​ຕົນ, ສະໜັບສະໜູນ​ຄວາມ​ພະຍາຍາມ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ​ແນວ​ໃດ​ກໍ​ດີວັນ​ທີ 19 ກັນຍາ​ປີ​ນີ້, ອົງການ​ສະຫະ​ປະຊາ​ຊາດ​ຈະ​ຈັດ​ກອງ​ປະຊຸມ​ລະດັບ​ສູງ​ກວ່າ​​ນີ້​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນຫາ​ຊາວ​ອົບ​ພະຍົບ.

ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ມະນຸດສະທຳ​ເທື່ອ​ນີ້​​ເປັນ​ການ​ລິ​ເລີ່​ມຂອງ​ທ່ານ​ບັນ​ກິ​ມູນ​ແລະ​ໂອກາດ​ດັ່ງກ່າວທ່ານ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ພະຍາຍາມ​ປ້ອງ​ກັນ​ແລະ​ແກ້​ໄຂ​ການ​ປະ​ທະ​ກັນ, ​ເພີ່ມ​ທະວີ​ການ​ປົກ​ປ້ອງປະຊາຊົນ, ທັງພ້ອມ​ກັນ​​ເພີ່​ມທະວີ​ການ​ລົງທຶນ​ຕໍ່​ວຽກ​ງານ​ມະນຸດ​ສະ​ທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ