ກອງ​ປະຊຸມ​ລັດ​ຖະມົນຕີ​ປ້ອງ​ກັນປະ​ເທດ​ອາ​ຊຽນ ຄັ້ງທີ 10 ​ໄດ້​ໄຂ​ຂຶ້ນ​ ​ຢ່າງ​ສະຫງ່າ​ງາມ
2016-05-25 16:22:23  cri 

    ​​ວັນ​ທີ 25 ພຶດສະພານີ້, ກອງ​ປະຊຸມ​ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 10 ​ໄດ້​ໄຂ​ຂຶ້ນ ທີ່ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫຼວງ​ວຽງ​ຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ພົນ​ໂທ ຈັນສະໝອນ ຈັນຍາ​ລາດ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ສປປ ລາວ,​ ມີ​ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ຫົວ​ໜ້າ​ເຈົ້າໜ້າ​ທີ່​ອາວຸ​ໂສ ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທຸກ​ຝ່າຍ​ເຂົ້າ​ຮ່ວມ.

    ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 10 ນີ້, ຈະໄດ້​ຮັບ​ຟັງ​ການລາຍງານ​ສະພາບ​ການ ​ແລະ ທົບ​ທວນ​ບາງ​ບັນຫາ​ທີ່​ພົ້ນ​ເດັ່ນ​ໃນ​ອາ​ຊຽນ, ການ​​ແລກປ່ຽນ​ສະພາບ​ການ​ໃນ​ພາກ​ພື້ນ ​ແລະ ສາກົນ, ການ​ພິຈາລະນາ​ຮັບຮອງ​ເອົາ​ບັນດາ​ເອກະສານ​ທີ່​ສໍາຄັນ​ທີ່​ບັນດາ​ປະ​ເທດ​ສະມາຊິກ​ອາຊຽນ​ໄດ້​ສະ​ເໜີ ​ແລະ ປຶກສາ​ຫາລື​ກັນ​ມາ​ຢູ່​ແລ້ວ​ ໃນ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສ​ປ້ອງກັນ​ປະ​ເທດ​ອາຊຽນ, ​ເອກກ​ະສານ​ດັ່ງກ່າວ ລ້ວນ​ແຕ່​ເປັນ​ການ​ກໍາ​ນົດທິດ​ທາງ​ ແລະ ກາ​ນຮ່ວມ​ມື​ໃນ​ຂອບ ADMM ​ເຊິ່ງ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ສົ່ງ​ເສີມ​  ​ແລະ ການ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມມື​ວຽກ​ງານ​ປ້ອງ​ກັນຊາ​ດອາ​ຊຽນ​ ​ເອກກະສານ​ດັ່ງກ່າວ​ແມ່ນ​ໄດ້​ສ້າງ​ຂຶ້ນ​ບົນ​ພື້ນຖານ​ຖະ​ແຫຼ​ງການ​ຮ່ວມ ​ແລະ ​ແຜນການ 3 ປີ ຂອງ​ກກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ນັບ​​ແຕ່ປີ 2014-2016, ສອດ​ຄ່ອງ​ກັບ​ທິດ​ທາງ​ແຜນ​ແມ່​ບົດ​ຂອງ​ປະຊາ​ຄົມການ​ເມືອງ​-ຄວາມ​ໝັ້ນຄົງ​ອາ​ຊຽນ, ​ເພື່​ອຊຸກຍູ້ ​ແລະ ສົ່ງ​ເສີມ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ໃນ​ວຽກ​ງານ​ການ​ປ້ອງ​ກັນຊາ​ດອາ​ຊຽນ ​ແລະ ລະຫວ່າງ​ອາ​ຊຽນກັບ​ບັນດາ​ປະ​ເທດ-​ບວກ ​ໃຫ້ສອດ​ຄ່ອງ​ກັບ​ຫຼັກການ​ລວມ  ​ແລະ ສະພາບ​ຕົວ​ຈິງຂອງ​ອາ​ຊຽນ.​ ສະ​ນັ້ນ, ບັນ​ດາ​ປະ​ເທດ​ສະມາຊິ​ກາ​ອາຊຽນຈະ​ຕ້ອງ​ຮ່ວມ​ມື​ກັນ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ກອງ​ປະຊຸມ​ລັດຖະມົນຕີ​ປ້ອງກັນ​ປະ​ເທດ​ອາ​ຊຽນ,​​ ໃຫ້​ກາຍ​ເປັນ​ສ່ວນ​ໜຶ່ງທີ່​ສໍາຄັນ​ຂອງ​ປະຊາ​ຄົມ​ການ​ເມືອງ-​ຄວາມ​ໝັ້ນຄົງ​ອາ​ຊຽນ ບົນ​ພື້ນຖານ​ນ້ຳ​ໃຈ​ແຫ່ງ​ຄວາມ​ສາມັກຄີ,​​ ໄມຕີ​ຈິດ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ອາ​ຊຽນ.

    ທ່ານກ່າວອີກວ່າ: ກອງ​ປະຊຸມ​ດັ່ງ​ກ່າວ​ຍັງ​ໄດ້​ປຶກສາ​ຫາລື​ຫຼາຍບັນຫາ​ທີ່​ສໍາຄັນ ​ແລະ​ ​ໄດ້​ຮັບ​ຮອງ​ເອົາ​ເອກະສານ​ທີ່​ສໍາຄັນ​ຄື:  ຂໍ້​ກໍານົດ​ວ່າ​ດ້ວຍ​ກອງ​ກໍາລັງ​ກຽມພ້ອມ​ຂອງອາ​ຊຽນ ​ເພື່ອການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະ​ທໍາ ​ແລະ ບັນ​ເທົາ​ທຸກ​ໄພພິບັດ, ສູນ​ແພດ​ທະຫານ​ອາ​ຊຽນ ​ແລະ ​ເອກະສາ​ນ​ແນວ​ຄວາມ​ຄິ​ດກ່ຽວ​ກັບ​ກາ​ນສ້າ​ງຕັ້ງ​ໜ່ວຍ​ງານ​ຜູ້​ຊ່ຽວຊານ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ທາງ​ອິນ​ເຕີ​ເນັດ. ​ໄດ້​ຮັບຮອງ​​ເອົາ​ບົດ​ຖະ​ແຫຼ​ງກາ​ນຮ່ວມ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທ​ດ​ອາ​ຊຽນ ຄັ້ງ​ທີ 10  ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ວຽກ​ງານ​ປ້ອງ​ກັນຊາ​ດ ​ເພື່ອ​ຄວາມ​​ເຂັ້ມ​ແຂງ​ຂອງ​ປະຊາ​ຄົມ​ອາຊຽນ ​ແລະ ບັນຫາ​ທີ່​ໄດ້​ຕົກລົງກັນ​ນັ້ນ​ລ້ວນ​ແຕ່​ເປັນພື້ນຖານ​ທີ່​ສໍາຄັນ ​ໃຫ້​ແກ່​ການ​ຮ່ວມ​ມືວຽກ​ງານ​ປ້ອງ​ກັນຊາ​ດ ​ແລະ ຄວາມ​ໝັ້ນຄົງ​ໃນ​ຕໍ່ໜ້າ​ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ໂດຍ​ສະ​ເພາະ​ແມ່ນ​ການຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ແຜນ​ງານ​ຂອງ​ປະຊາ​ຄົມ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ຂອງອາ​ຊຽນ​ແຕ່​ນີ້​ຮອດ​ປີ 2025.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ