ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ການ​ຕ່າງປະ​ເທດອົງການຮ່ວມ​ມື​ຊຽງ​ໄຮ
2016-05-25 16:55:57  cri 
ຂ່າວສານ​ຊິນ​ຮວາລາຍ​ງານ​ວ່າ:ວັນ​ທີ 24 ພຶດສະພາ​ນີ້,ຢູ່​ຕັສການ,ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອົງການ​ຮ່ວມ​ມື​ຊຽງ​ໄຮ.

ທ່ານ​ຫວາງ​ອີ້​ກ່າວ​ວ່າ,ປີ​ນີ້​ແມ່ນປິ​ຄົບຮອບ 15 ປີ​ແຫ່ງການ​ສ້າງ​ຕັ້ງອົງການ​ຮ່ວມ​ມື​ຊຽງ​ໄຮ​​ເຊິ່ງຕະຫຼອດ​ໄລຍະ​ດັ່ງກ່າວ,ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ອົງການ​ນີ້​ໄດ້​ຮັບ​ຜົນ​ຢ່າງ​ຫຼວງຫຼາຍ,ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​​ຜົນ​ປະ​ໂຫຍ​ດ​ໄດ້​ຝັງ​ເລິກ​ໃນ​ໃຈ​ປະຊາຊົນ,ບົດບາດ​ຊຸກ​ຍູ້ຄວາມ​ຈະ​ເລີ​ນກ້າວໜ້າ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຍິ່ງ​ພົ້ນ​ເດັ່ນ​ກວ່າ​ເກົ່າ.​ແນວ​ໃດ​ກໍ​ດີ,ປະ​ເທດ​ສະມາຊິກ​ຕ່າງໆ​ຕ້ອງ​​ໄດ້ແກ້​ໄຂ​ບັນຫາ​ທີ່​ຜະ​ເຊີນ​ດ້ວຍ​ການ​ພັດທະນາ​ແລະ​ຈິນຕະນາການ​​ແບບ​ປະດິດ​ສ້າງ​ໃໝ່;ສ້າງ​ຄວາມສຸກ​ໃຫ້​ແກ່​ພາກ​ພື້ນ​ແລະ​ປະຊາຊົນ​ປະ​ເທດ​ຕ່າງໆ​​ໃຫ້​ດີ​ດ້ວຍ​ມາດ​ຕະການ​ທີ່​ແຂງ​ແຮງແລະ​ການ​ປະສານ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ປະ​ເທດ​ຂອງສະມາຊິກ​ຕ່າງໆ​ທີ່​ຮ່ວມ​ປະຊຸມກໍ​ກ່າວ​​ສະໜັບສະ​ໜູນ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ເສີມ​ຂະຫຍາຍບົດບາດຂອງ​ການ​ເປັນສາຍພານ​ທີ່​ມີ​ເອກະລັກ​ພິ​ເສດ​ໃນ​ການ​ເຊື່ອມ​ຕໍ່​ລະຫວ່າງຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ກັບ​ສະຫະພາບ​ເສດຖະກິດ​ເອີ​ລົບ​ອາຊີ,ຊຸກ​ຍູ້​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເອີ​ລົບ​ອາຊີ​ພັດທະນາ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ໄປພ້ອມໆ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ