ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ຊຽງ​ໄຮ​ອອກ​ຖະ​ແຫຼງການ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້
2016-05-25 14:21:13  cri 
    ວັນ​ທີ 24 ພຶດສະພາ​ນີ້, ທ່ານ ຣາຊິດ ອາລີ​ມົຟ ​ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ຊຽງ​ໄຮ ​ໄດ້​ອອກ​ຖະ​ແຫຼງການ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້ຫຼັງ ສຳ​ເລັດ​ກອງ​ປະຊຸມ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ສະມາຊິກ​ອົງການ​ດັ່ງກ່າວ.

    ຖະ​ແຫຼງການ​ດັ່ງກ່າວລະບຸ​ວ່າ, ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ເຫັນ​ວ່າ, ການ​ປົກ​ປັກ​ຮັກສາ​ແລະຟື້ນ​ຟູ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ ລວມທັງ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ ມີ​ຄວາມ​ໝາຍ​ສຳຄັນ ​ໂດຍ​ໄດ້ເຂົ້າ​ໃຈ​ແລະ​ສະໜັບສະໜູນ​ລັດຖະບານ​ຈີນ​ທີ່​ພະຍາຍາມ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້ ທັງສະໜັບສະໜູນ​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ໃນ​ການ​ຊຸກຍູ້​ສະພາບ​ແວດ​ລ້ອມ​ທີ່ມີສັນຕິພາບ, ມິດຕະພາບ​ແລະ​ປອງ​ດອງ​ກັນ.

    ຖະ​ແຫຼງການ​ຍັງ​ລະບຸ​ອີກ​ວ່າ, ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ສະໜັບ ສະໜູ​ນປະ​ເທດ​ທີ່​ກ່ຽວຂ້ອງ​ໃນ​ການ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນ​ດ້ານ​ດິນ​ແດນ​ແລະ​ທະ​ເລ​ດ້ວຍ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ຢ່າງ​ມີ​​ໄມຕີ​ຈິດ​ມິດຕະພາບ​ໂດຍ​ອີງ​ຕາມ​ການ​ກຳນົດ​ຂອງ​ສັນຍາ​ສອງ​ຝ່າຍ​ແລະ "ຖະ​ແຫຼງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຕໍ່​ບັນຫາທະ​ເລ​ຈີນ​ໃຕ້" ທັງ​ເຫັນ​ວ່າ, ຄວນ​ເຄົາລົບ ສິດ​ຂອງ​ປະ​ເທດ​ທີ່​ມີ​ອະທິປະ​ໄຕ​ໃນ​ການ​ເລືອກ​ເອົາ​ຮູບ​ການ​ແກ້​ໄຂ​ຂໍ້​ວິວາດ​ກັນ​ໂດຍ​ຕົນ​ເອງ​ຢ່າງ​ເຕັມ​ສ່ວນ​. ​ແນວ​ໃດ​ກໍ​ດີ ດ້ວຍ​ຄວາມ​ເປັນ​ຈິງ​ຄືດັ່ງກ່າວ, ພວກ​ເຮົາ​ເດັດດ່ຽວ​ຄັດຄ້ານ​ປະ​ເທດ​ນອກ​ພາກ​ພື້ນ​ເຂົ້າ​ແຊກ​ແຊງ​ບັນຫາ​ທະ​ເລ​ຈີນ​ໃຕ້ ​ແລະ​ຄັດຄ້ານ​ກາ​ນ​ເອົາ​ບັນຫາ​ທະ​ເລ​ຈີນ​ໃຕ້ກາຍເປັນ​ບັນຫາ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ