ບັນຫາ​ທະ​ເລ​ຈີນ​ໃຕ້: ຄວາມຈິງ​ຍ່ອມ​ເປັນຄວາມ​ຈິງ
2016-05-25 16:34:08  cri 
    ​ເດືອນ​ມັງກອນ​ປີ 2013, ຟິລິບ​ປິນ​ໄດ້​ສະ​ເໜີ​ການ​ຕັດສິນ​ແບບ​ບັງຄັບ​ແຕ່​ຝ່າຍ​ດຽວ​ພາຍ​ໃຕ້​​ເອກະສານ​ຄັດ​ແນບ​ມາດຕາ​ທີ 7 ຂອງ "ສົນທິສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ". ການປະຕິ​ເສດສິດ​ປະ​ຫວັດ​ສາດ​ຂອງ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້​ນັ້ນ ​ແມ່ນ​ຂໍ້​ກ່າວ​ຟ້ອງ​ໃຈກາງ​ອັນ​ໜຶ່ງ​ຂອງ​ເຂົາ. ​ເພື່ອ​ບັນລຸ​ຈຸດປະສົງ​ໃນ​ການ​ຟ້ອງ​ຮ້ອງ, ຟິລິບ​ປິນ​ໄດ້​​ເສກ​ສັ້ນປັ້ນ​ແຕ່ງ​ຄຳ​ຫຼອກລວງ ຄືຫຼັກຖານ​ອ້າງ​ອີງທາງ​ປະຫວັດສາດ​ຕ່າງໆ​ທີ່ຢັ້ງຢືນ​ບໍ່​ໄດ້​ທັງ​ນັ້ນ. ​ເມື່ອ​ວິ​ເຄາະ​ວິທີ​ຂອງ​ເຂົາ​ແລ້ວ ​ເຫັນ​ວ່າ​ມີ​ຈຸດ​ພິ​ເສດ​ດັ່ງ​ນີ້:

    ໜຶ່ງ, ບັນຫາ​ອະທິປະ​ໄຕ​ບົນຜືນ​ແຜ່ນດິນ ບໍ່​ແມ່ນ​ບັນຫາ​ທີ່ "ສົນທິສັນຍາ" ດັ່ງກ່າວ​ອະທິບາຍ​ໄດ້ຫຼື​ເໝາະຕໍ່​ການ​ນຳ​​ໃຊ້, ສະນັ້ນ, ຟິລິບ​ປິນຈຶ່ງ​ໄດ້​ປອມ​ແປງ​ຄຳ​ຮ້ອງ​ຂໍ​ຂອງ​ຕົນ​ວ່າ​ມັນ​ບໍ່​ກ່ຽວຂ້ອງ​ກັບ​ອະທິປະ​ໄຕ​ຕໍ່​ເກາະດອນ​ແລະ​ຫີນ​ໂສ​ໂຄກ.

    ສອງ, ​ໃນ​ຂະນະນຳ​ໃຊ້ຫຼັກຖານອ້າງ​ອີງ​​ເປັນ​ລາຍ​ລັກ​ອັກສອນ, ຟິລິບ​ປິນ​ໄດ້​ປິດ​ບັງ​ຄວາມ​ໝາຍ​​ເນື້ອ​ໃນ​ທັງໝົດ​, ພຽງ​ແຕ່​ຕັດ​ເອົາ​ບາງ​ຄຳທີ່​ສາມາດ​ສະໜັບສະໜູນຫຼັກໝັ້ນຂອງ​ຕົນ.

    ສາມ, ​ໂດຍ​ຜະ​ເຊີນ​ໜ້າ​ກັບຫຼັກຖານອ້າງ​ອີງ​ທາງ​ປະຫວັດສາດ​ທີ່​ມີ​ຜົນ​ດີ​ຕໍ່​ຈີນ​ຢ່າງຫຼວງຫຼາຍ, ຟິລິບ​ປິນ​ໄດ້​ປິດ​ບັງ​ຄວາມ​ເປັນ​ຈິງ​ໃນ​ປະຫວັດສາດ​ຄື​ນັບ​ແຕ່​ລາຊະວົງ​ມິ​ງ​ແລະ​ຊິ່ງ​ເປັນຕົ້ນມາ, ຊາວ​ປະມົງ​ຈີນ​ໄດ້​ຫາ​ປາ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ​ນານ​ຊ່າ ​ແລະ​ໄດ້​ກາຍ​ເປັນ​ເຈົ້າຂອງ​ໝູ່​ເກາະ​ນານ​ຊ່າ​ແລ້ວ.

    ສີ່, ຟິລິບ​ປິນສະ​ເໜີ​ວ່າ ບໍ່​ມີ​ແຜນ​ທີ່​ຂອງ​ປະ​ເທດ​ອື່ນ​ຮັບຮອງ​ວ່າ ຈີນ​ມີ​ອະທິປະ​ໄຕ​ຕໍ່​ເກາະດອນ​ຕ່າງໆ​ຂອງ​ທະ​ເລ​ຈີນ​ໃຕ້, ​ແຕ່​ຄວາມ​ຈິງ​​ພາຍຫຼັງສົງຄາມ​ໂລກ​ຄັ້ງທີ​ສອງ ກໍມີ​ແຜນ​ທີ່, ສາລານຸກົມ, ໜັງສືພິມ ​ແລະ​ວາລະສານ​ຂອງ​ປະ​ເທດ​ອື່ນ​ຢ່າງຫຼວງຫຼາຍຮັບຮອງ​​ວ່າ​ຈີນ​ມີ​ອະທິປະ​ໄຕ​ຕໍ່​ເກາະດອນ​ຕ່າງໆ​ຂອງ​ທະ​ເລ​ຈີນ​ໃຕ້.

    ຫ້າ, ​ເພື່ອ​ເສີມ​ແຕ່ງປະຫວັດສາດ​​ໃຫ້​ຈີນ, ຟິລິບ​ປິນ​ໄດ້​ຕັ້ງ​ໃຈສ້າງ​ຄວາມ​ສັບສົນ​ໂດຍ​ຍົກ​ເອົາໝູ່​ເກາະ​ຮວງ​ຊາ ​ແລະ​​ເຈືອງ​ຊາ​ຂອງ​ຫວຽດນາມ​ເປັນ​ໝູ່​ເກາະ​ສີ່​ຊ່າ ​ແລະ​ນານ​ຊ່າ​ຂອງ​ຈີນ ລວມທັງຫາດ​ຊາຍ Panacot ຂອງ​ຟິລິບ​ປິນ​ເປັນ​ເກາະ​ຮວງ​ຢຽນຂອງ​ຈີນ.

    ຫົກ, ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ຟິລິບ​ປິນບໍ່​​ເອົາ​ຫົວຊາ​ນຳ​ຄວາມ​ເປັນ​ຈິງ​ພາວະ​ວິ​ໄສ, ເລືອກທັດສະນະ​ຂອງ​ນັກວິຊາການ​ສ່ວນ​ໜ້ອຍ ​ແລະການ​ຍົກ​ບົດບາດ​ຂອງ​ປະ​ເທດ​ເຫຼົ່ານີ້​ເກີນ​ຄວາມ​ເປັນ​ຈິງ, ​ແຕ່​ທັງ​ໝົດ​ເຫຼົ່ານີ້ ບໍ່​ສາມາດ​ລົບ​ລ້າງ​ການ​ບັນທຶກ​ຂອງ​ນັກ​ເດີນ​ທະ​ເລ​ປະ​ເທດ​ຕ່າງໆ​ທີ່​ເດີນທາງ​ມາ​ທະ​ເລ​ຈີນ​ໃຕ້.

    ສະຫຼຸບ​ແລ້ວ, ບໍ່​ວ່າ​ຟິລິບ​ປິນຈະ​ປອມ​ແປງ​ຄຳຫຼອກລວງໃຫ້​ເປັນ​ຈິງ​ແນວ​ໃດ, ອະທິປະ​ໄຕ​ແລະ​ສິດຜົນປະ​ໂຫຍ​ດທີ່​ກ່ຽວຂ້ອງ​ຂອງ​ຈີນ​ບົນ​ພື້ນຖານ​ຄວາມ​​ເປັນ​ຈິງ​ໃນ​ປະຫວັດສາດ​ນັ້ນ ​ກໍ​ບໍ່​ສາມາດລົບ​ລ້າງ​ໄດ້, ຄວາມ​ຈິງ​ຍ່ອມ​ເປັນຄວາມ​ຈິງ ​ແລະ​​ສິນ​ທຳ​ຈະ​ບໍ່​ຕາຍ​​ໄປ​ຈາກ​ໂລກ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ