ຜູ້ອຳນວຍການ​ໃຫຍ່ CRI ພົບ​ປະ​ກັບ​ເອກ​ອັກຄະ​ລັດຖະທູດ​ຕວກ​ເມ​ນິສຖານ​ປະຈຳ​ຈີນ
2016-05-26 11:04:31  cri 

ທ່ານ​ຫວາງ​ເກິ່ງ​ໜຽນ ຜູ້ອຳນວຍການ​ໃຫຍ່​ວິທະຍຸສາກົນ​ແຫ່​ງປະ​ເທດຈີນ ຫຼື CRI ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ຊີ​ນາ ຣຸສຕາ​ໂມ​ວາ ​ເອກ​ອັກຄະ​ລັດຖະທູດ​ຕວກ​ເມ​ນິສຖານ​ພ້ອມ​ດ້ວຍ​ຄະນະ ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 25 ພຶດສະພາ​ນີ້.

​ໃນ​ການ​ພົບ​ປະ​ດັ່ງກ່າວ, ສອງ​ຝ່າຍ​ໄດ້​ຫວນ​ຄືນ​ປະຫວັດສາດ​ການ​ພົວພັນກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ, ຂະນະ​ທີ່​ສອງ​ຝ່າຍ​ໄດ້​ຢືນຢັນ​ວ່າ​ຄວນ​ຖື​ເອົາ​ການ​ດຳ​ເນີນ​ຂໍ້​ລິ​ເລີ່​ມຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງຂອງ​ຈີນ​ເປັນ​ໂອກາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ຂອງ​ສອງ​ປະ​ເທດ, ຊຸກຍູ້​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ຍິ່ງ​ຂຶ້ນ ​ແລະ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ຝ່າຍ.

ທ່ານ​ນາງ​ຊີ​ນາ ຣຸສຕາ​ໂມ​ວາ ກ່າວ​ວ່າ: ຕວກ​ເມ​ນິສຖານ​ໃຫ້​ຄວາມ​ສຳຄັນ​ຫຼາຍຕໍ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສື່​ມວນ​ຊົນ​ຈີນ, ຂະນະ​ທີ່ CRI ກໍມີ​ຄວາມ​ສາມາດ​​ສູງ​ສົມຄວນ​​ໃນ​ການ​ກະຈາຍສຽງຢູ່​ເຂດ​ອາຊີ​ກາງ ​ໂດຍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ແລະ​ນິຍົມຫຼາຍທີ່​ສຸດຈາກ​ບຸກຄົນ​ໃນ​ວົງ​ການ​ຕ່າງໆ. ​ໂອກາດ​ດັ່ງກ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສະ​ເໜີ CRI ​ສ້າງ​ສຳ​ນັກງານ​ນັກ​ຂ່າວ​ຢູ່​ນະຄອນຫຼວງອັສຄາ​ບັດ​ຢູ່​ປະ​ເທດ​ຕົນ​ໂດຍ​ໄວ ພ້ອມ​ທັງຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ CRI ​ໃນ​ຂົງ​ເຂດ​ຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ