ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທົ່ວ​ອ່າວ​​ໄປ໋ປູ້​ຄັ້ງທີ 9 ຈັດ​ຂຶ້ນຢູ່​ກວາງຊີ
2016-05-26 16:50:05  cri 

​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທົ່ວ​ອ່າວ​ໄປ໋ປູ້​ຄັ້ງທີ 9 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ໜານ​ໜິງ ​ເທດສະບານ​ເຂດ​ກວາງຊີ​ໃນ​ວັນ​ທີ 26 ພຶດສະພາ​ນີ້ ​ໂດຍ​ມີ​ຫົວ​ຂໍ້​ວ່າ "​ເກາະ​ແຂນ​ຮ່ວມ​ມື​ກັນ​ທົ່ວ​ອ່າວ​ໄປ໋ປູ້, ຮ່ວມ​ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊິ່ງ​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ​ ​ແລະ ນັກວິຊາການສອງ​ຝ່າຍທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຈະ​ຄົ້ນຄວ້າ​ແລະ​ປຶກສາ​ຫາລື​ການ​ເຊື່ອມ​ຈອດ​ທາງບົກ​ຈີນ-ອາ​ຊຽນ, ການ​ຮ່ວມ​ມື​ການ​ລົງທຶນ​ສາກົນ​​ໃນ​ຂົງ​ເຂດ​ຄວາມ​ສາມາດ​ການ​ຜະລິດ​ຂອງ​ຕົວ​ເມືອງ​ຢູ່​ຕາມ​ເສັ້ນທາງ ​ແລະ​ອື່ນໆ.

​ຂະນະ​ທີ່ເມື່ອ​ບໍ່​ດົນ​ຜ່ານ​ມາ, ທ່ານ​ກູ​ສຽວ​ຊົ່ງ ຮອງ​ປະທານ​ສະມາ​ຄົມ​ຄົ້ນຄວ້າ​ອາຊີ​ໃຕ້​ຈີນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​​ວ່າ: ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະ​ການ​ແລກປ່ຽນ​ວັດທະນະ​ທຳ​ລະຫວ່າງ​ຈີນ​ແລະ​ອາ​ຊຽນ​ໄດ້ພັດທະນາ​ໄວ​ຂຶ້ນ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທົ່ວ​ອ່າວ​ໄປ໋ປູ້​ໃນ​ຖານະ​ເປັນ​ການ​ຮ່ວມ​ມືທີ່​ສຳຄັນ​ລະຫວ່າງ​ຈີນ​ແລະ​ອະນຸ​ພາກ​ພື້ນ​ອາ​ຊຽນກໍ​ນັບ​ມື້​ພົ້ນ​ເດັ່ນ​ຂຶ້ນ. ​ແນວ​ໃດ​ກໍ​ດີ, ອີກ 10 ປີ​ຂ້າງ​ໜ້າ​, ການ​ຮ່ວມ​ມື​ທົ່ວ​ອ່າວ​ໄປ໋ປູ້ ຄວນ​ກຳ​ແໜ້ນ​ໂອກາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ໃຫ້​ພັດທະນາ​ເຂົ້າສູ່​ລວງ​ເລິກ, ປັບປຸງ​ການ​ເຊື່ອມຈອດ, ການ​ຈໍລະ​ຈອນ​ສິນຄ້າ​ຕາມ​ທ່າ​ເຮືອ​ຕ່າງໆ, ການ​ກໍ່ສ້າງ​ດ່ານ, ການທ່ອງທ່ຽວ​ຂ້າມ​ແດນ ພາຍໃນ​ພາກ​ພື້ນ ແລະ​ອື່ນໆ ພ້ອມ​ທັງ​ຍົກ​ລະດັບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ໃຫ້​ສູງ​ຂຶ້ນອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ