ຈີນ​​ປະນາມ​ຢ່າງ​ຮຸນ​ແຮງຕໍ່​ເຫດ​ລະ​ເບີດ​ກໍ່​ການ​ຮ້າຍ​ຢູ່​ເຂດ​ແຄມ​ທະ​ເລ​ຊີຣີ
2016-05-26 16:52:30  cri 

ທ່ານ​ນາງ​ຮວ້າຊຸ່ນຢິງ ໂຄສົກ​ກະຊວງການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 25 ພຶດສະພາ​ນີ້​ວ່າ: ຈີນ​ຄັດຄ້ານ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ ພ້ອມ​ທັງ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ລະ​ເບີດ​ກໍ່​ການ​ຮ້າຍ​​​ທີ່​ເກີດ​ຂຶ້ນຢູ່​ເຂດ​ແຄມ​ທະ​ເລ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີຣີ​​ເມື່ອ​ບໍ່​ດົນ​ຜ່ານ​ມາ ​ໂດຍ​ເຮັດ​ໃຫ້​ປະຊາຊົນ​ຜູ້​ບໍລິສຸດເສຍ​ຊີວິດ​ເປັນ ຈຳນວນຫຼາຍ​. ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ຕື່ມ​ວ່າ: ການ​ແກ້​ໄຂ​ທາງ​ການ​ເມືອງ​ແມ່ນ​ທາງ​ອອກ​​ໜຶ່ງ​ດຽວ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ຊີຣີ ​ເຊິ່ງຈີນ​ຫວັງ​ວ່າ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈະ​ປະຕິບັດ​ຕາມ​ມະຕິ​ຕົກລົງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ ຂໍ້​ຕົກລົງ​ຮ່ວມ​ຂອງ​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງທີ 5 ຂອງ​ໜ່ວຍ​ສະໜັບສະໜູນ​ສາກົນ​ເພື່ອ​ຊີຣີ, ຮັກສາ​ສະພາບ​ການ​ຢຸດ​ຍິງ​ພ້ອມ​ທັງ​ຂະຫຍາຍ​ໃຫ້ກວ້າງອອກ, ພະຍາຍາມ​ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຊີຣີ​ມີ​ຄວາມ​ຫວັງ​ໃນ​ການ​ບັນລຸ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ໂດຍ​ໄວ.

ຂ່າວ​ແຈ້ງ​ອີກ​ວ່າ: ​ວັນ​ທີ 23 ພຶດສະພາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ເມືອງ​ຈາ​ເບລ ​ແລະ ​ເມືອງ​ຕາ​ຕຸ​ສ ຕົວ​ເມືອງ​ແຄມ​ທະ​ເລ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີຣີ​ໄດ້​ເກີດ​ເຫດການຫຼອນ​ໂຈມ​ຕີ​ແບບ​ສະຫຼະຊີບຫຼາຍ​ເທື່ອ ​ເຮັ​ດ​ໃຫ້​ມີຜູ້ເສຍ​ຊີວິດ 148 ຄົນ​ເປັນ​ຢ່າງ​ໜ້ອຍ ​ແລະ​ບາດ​ເຈັບ​ເປັນຈຳນວນຫຼວງຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ