ອິນ​ເດຍຊ່ວຍ​ເຫຼືອ​ມຽນມາ​ປັບປຸງ​ເສັ້ນທາງ​ຫຼວງ
2016-05-26 16:26:53  cri 
    ຕາມ​ຂ່າວCRI: ກະຊວງ​ກໍ່ສ້າງມຽນມາ​ແຈ້ງ​ຂ່າວ​ວ່າ, ​ເພື່ຶອ​ເປີດ​ກວ້າງ​ການ​ໄປມາຫາສູ່​ກັນ​​ແລະ​ການ​ພົວພັນ​ການ​ຄ້າ​​ກັບ​ອິນ​ເດຍ, ປະ​ເທດ​ຕົນ​ຈະ​ປັບປຸງ​ທາງ​ຫຼວງ​ຈາກ​ລັດຣັກຮິນ, ຣັດຊິນ​ແລະ​ແຂວງ​ຊະ​ກາ​ອິງ​ໄປ​ອິນ​ເດຍ, ​ເພື່ອ​​ເຮັດ​ໃຫ້​ເສັ້ນທາງ​ຫຼວງ​​ເຫຼົ່າ​ນີ້​ດີ​ຂຶ້ນ. ​ໂດຍອິນ​ເດຍ​ຊ່ວຍ​ທຶນ 500 ລ້ານ​ໂດ​ລາ​.

    ການ​ປັບປຸງ​ເສັ້ນທາງ​ດັ່ງກ່າວ​ເປັນ​ຜົນ​ມາ​ຈາກ​ການ​ເຈລະຈາ​ລະ​ຫວ່າງທ່ານ​ເນຍມາລາ ຊິທະລາ​ມັນ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ອິນ​ເດຍກັບ​ Dr. ທັນ​ມິນ​ດ໌, ລັດຖະມົນຕີ​ກະຊວງ​ການ​ຄ້າ​ມຽນມາ​ແລະທ່ານວິນໄຄ, ລັດຖະມົນຕີກະຊວງກໍ່ສ້າງມຽນມາ. ​ໃນ​ວັນ​ທີ 19 ພຶດສະພາ​ນີ້​ແລະ​ໂອກາດ​ດັ່ງກ່າວ,ທ່ານ​ວິ​ໄຄ​ກ່າວ​ວ່າ, ວຽກ​ງານ​ຄົມມະນາຄົມ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ພັດທະນາ​ການ​ຄ້າ​ກັບ​ອິນ​ເດຍ, ​ເຊິ່ງການປັບປຸງທາງຫຼວງຈາກລັດຣັກຮິນ, ຣັດຊິນ​ແລະ​ແຂວງ​ຊະ​ກາ​ອິງ​ໄປ​ອິນ​ເດຍລວມທັງການ​ປັບປຸງ​ຂົວ 69 ​ແຫ່ງ. ກໍ​ເພື່ອ​ພັດທະນາ​ການ​ຄ້າ​ທາງ​ນ້ຳ, ​ຂະນະ​ທີ່ແຜນການ​ປັບປຸງ​ແມ່​ນ້ຳ​ກະລາ​ຕັນ​ກໍພວມ​ຢູ່​ໃນ​​ໄລຍະ​ຈັດ​ຕັ້ງປະຕິບັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ