ນັກກົດໝາຍ​ໂຮ​ນລັງ​ຮຽກຮ້ອງ​ຍົກ​ເລີກ​ການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້ເພື່ອ​​ເປີດທາງ​ໃຫ້​ແກ່​ການ​ເຈລະຈາ
2016-05-26 16:40:24  cri 

    ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ທອມ ຊວດ ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ນິຕິສາດ ມະຫາວິທະຍາ​ໄລ​ອູ​​ເຕຣດ ປະ​ເທດ​ໂຮ​ນລັງ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ​ໂດຍ​ຊີ້​ວ່າ: ຄວາມ​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຈີນ​ໃຕ້​ບໍ່​ຄວນ​ແກ້​ໄຂ​ໂດຍ​ຜ່ານຕຸລາການ ຫຼື ການ​ຕັດສິນສາກົນ. ສະນັ້ນ, ​ຟິລິບ​ປິນຍື່ນ​ໃຫ້​ຕັດສິນ​ແຕ່​ຝ່າຍ​ດຽວນັ້ນຄວນ​ຍົກ​ເລີກ ​ເພື່ອ​ເປີດ​ທາງ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມ​ຂັ​ດແຍ້​ງກັນ​ໂດຍ​ຜ່ານ​ການ​ເຈລະຈາ.

   ກ່ອນ​ໜ້າ​ນີ້, ທ່ານ​ຊວດ ​ໄດ້ຂຽນບົດ​ຄວາມ ​ໂດຍຊີ້​ວ່າ: ອົງການ​ຕຸລາການ​ສາກົນ​ຄວນ​ຮັກສາ​ຈັນ​ຍາ​ບັນ​ຂອງ​ຕົນ, ຄວນ​ຖື​ເອົາຫຼັກການທາງ​ກົດໝາຍທີ່​ເປັນກາງ, ພາວະ​ວິ​ໄສ​ ​ແລະໃຊ້​ເຕັກນິກການ​ເບິ່ງ​ຄວາມ​ເປັນ​ຈິງ. ສານ​ຄວນຫຼີກ​ເວັ້ນການ​ຕັດສິນ​​ເມື່ອ​ປະ​ເຊີນ​ກັບ​ຄວາມ​ຂັດ​ແຍ້​ງທີ່​ບໍ່​ສົມຄວນ​ແກ້​ໄຂ​ໂດຍ​ຜ່ານ​ທາງ​ຕຸລາການ. ສ່ວນ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຈີນ​ໃຕ້​ກໍ​ແມ່ນ​ຄະດີທີ່​ບໍ່​ສົມຄວນ​ແກ້​ໄຂ​ໃນ​ທາງ​ນີ້ ​ເຊິ່ງຖ້າບໍ່​ຢາກ​ໃຫ້ກົດໝາຍ​ແລະ​ສານ​ກາຍ​ເປັນອຸປະສັກ​ໃນ​ການ​ແກ້​ໄຂ​ບັນຫາ ຫຼືອາດ​ຈະ​ເຮັດ​ໃຫ້​ບັນຫາ​ສັບສົນ​ຍິ່ງ​ຂຶ້ນນັ້ນ, ກໍ​ບໍ່​ຄວນ​​ໃຊ້​ວິທີ​ນີ້.

   ​ໃນ​ບົດ​ຄວາມ​ຂອງ​ທ່ານ​ຊວດ ​ບາງ​ຕອນ​ໄດ້​ຊີ້​ໃຫ້​ເຫັນວ່າ: ທະ​ເລ​ຈີນ​ໃຕ້​ໃນ​ຖານະ​ເປັນ​ເສັ້ນທາງ​ທີ່​ຕ້ອງ​ຜ່ານ​ສຳລັບ​ການ​ຄ້າ​ຂາຍ​ໂດຍ​ກວມ​ເອົາ​ເຄິ່ງໜຶ່ງ​ຂອງ​ທົ່ວ​ໂລກ, ມີ​ຄວາມ​ສຳຄັນ​ດ້ານ​ການ​ເມືອງພາກພື້ນທີ່​ໃຜໆ​ກໍ​ຮູ້​ດີ. ສະນັ້ນ, ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຈີນ​ໃຕ້​ຄວນ​ແກ້​ໄຂ​ໂດຍ​ຜ່ານ​ຊ່ອງ​ທາງການ​ເມືອງ, ​ແຕ່​ຫາກບໍ່​ແມ່ນ​ໃຫ້​ແກ້ໄຂ​ໂດຍ​ຜ່ານອົງການ​ຕຸລາການ.

   ທ່ານ​ກ່າວ​ວ່າ, ຈາກ​ສະພາບ​ການ​ທີ່​ຝ່າຍ​ກ່ຽວຂ້ອງ​​ໃດໜຶ່ງ​ໄດ້​ຕົກລົງ​ບໍ່​ເຂົ້າຮ່ວມ​ຂັ້ນຕອນ​ການ​ຕັດສິນ​ຄື​ແນວ​ນີ້, ຄວາມຫວັງ​ທີ່ຢາກ​​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ການ​ຕັດສິນ​ດ້ານ​ຕຸລາການ​ຂອງ​ສານ​ຕັດສິນ​ກ່ຽວ​ກັບ​ວຽກ​ງານ​ທີ່​ມີ​ລັກສະນະ​ການ​ເມືອງ​ສູງ​ນັ້ນ ​ລ້ວນ​ແຕ່ແມ່ນ​ຄວາມ​ເພີ້ຝັນທີ່​ບໍ່ມີ​ວັນ​ເປັນ​ຈິງ​ໄດ້.

   ທ່ານ ທອມ ຊວດ ​ເນັ້ນວ່າ: "ຢູ່​ໃນ​ຫ້ອງ​ຮຽນ​ຂອງ​ສະ​ຖາ​ບັນ​ນິຕິ​ກຳ​ແລະ​ຫ້ອງການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຕາ​ເວັນ​ຕົກ, ກົດໝາຍ​ສາກົນ​ນັບ​ມື້​ຖືກ​​ເບິ່ງ​ວ່າ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ສານ​​ເທົ່າ​ນັ້ນ ຄື​ມີ​ແຕ່​ອອກ​ມາ​ຈາກ​ສານ​​ສາກົນ​ເທົ່າ​ນັ້ນ ຈຶ່ງ​ຖື​ວ່າ​ແມ່ນ​ກົດໝາຍ​ສາກົນ​ແທ້. ການ​ກະທຳ​ທີ່​ຫັນ​​ເອົາກົດໝາຍ​ສາກົນ​ເປັນ​ແບບ​ຕຸລາການ​ນີ້ ​ບໍ່​ໄດ້​ສ່ອງ​ແສງ​ໃຫ້ເຫັນ​ຄວາມ​ເປັນ​ຈິງ​ຢ່າງ​ໜຶ່ງ ຄື ການ​ຄົງ​ຕົວ​ຂອງ​ອົງການ​ຕຸລາການ​ສາກົນ ​ລ້ວນ​ແຕ່​ອີງ​ຕາມ​ສົນທິສັນຍາ​ທີ່​ປະ​ເທດ​ລົງ​ນາມ. ສະນັ້ນ, ຈຶ່ງ​ຍັງ​ຄົງ​ຄວາມ​ເປັນປະ​ເທດ​​ທີ່​ປະຕິບັດ​ກົດໝາຍ​ສາກົນ.

    ທ່ານ ຊວດ ​ເຊື່ອ​ວ່າ, ການ​ເຈລະຈາກວມລ​ວມທີ່​​ເນັ້ນ​ໃສ່​ການ​ຮ່ວມ​ມື ​ແລະ​ບໍ່​ແຂ່ງຂັນ​ກັນນັ້ນ ​ແມ່ນ​ວິທີ​ທີ່​ດີ​ໃນ​ການ​ແກ້​ໄຂ​ບັນຫາທະ​ເລ​ຈີນ​ໃຕ້. ທ່ານ​ກ່າວວ່າ, ຜົນ​ຈາກ​ການ​ທີ່​ເຈົ້າ​ເສຍ​​​ແລະຂ້ອຍ​ໄດ້​ຮັບ​ໄຊຊະນະ​ນັ້ນ ​ຕ້ອງ​ມີ​ຝ່າຍ​ໜຶ່ງ​ເສຍ​ຜົນ​ປະ​ໂຫຍ​ດຂອງ​ຕົນ ​ເຊິ່ງມັນ​ບໍ່​ເທົ່າ​ກັບ​ການສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ແລະ​ຍຶດຖື​ຄວາມ​ເປັນ​ທຳ​ເພື່ອ​ຜົນ​ປະ​ໂຫຍ​ດຂອງທຸກໆ​ຝ່າຍ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ