ຫຼັກການ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ສ່ອງ​ແສງ​ໃຫ້​ເຫັນພາວະ​ວິ​ໄສ​ແລະຍຸຕິ​ທຳ
2016-05-26 17:05:19  cri 
    ທ່ານ​ນາງ ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ພຶດສະພາ​ນີ້​ວ່າ, ອົງການ​ຮ່ວມ​ມື​ຊຽງ​ໄຮ​ສະໜັບ​ສະ​ໜູນຫຼັກໝັ້ນຂອງ​ຈີນ​ໃນ​ບັນຫາ​ທ​ະ​ເລ​ຈີນ​ໃຕ້ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມຄຶດ​ເຫັນ​ທີ່​ພາວະ​ວິ​ໄສ​ແລະ​ຍຸຕິ​ທຳ​ຂອງ​ປະຊາ​ຄົມ​ໂລກ.

    ທ່ານ​ກ່າວ​ວ່າ: "ພ​ວ​ກຂ້າ​ພະ​ເຈົ້າ​ເຫັນ​ວ່າ, ຫຼັກໝັ້ນຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ ສອດຄ່ອງ​ກັບ​ກາລະ​ເທສະ, ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມຄຶດ​ເຫັນ​ທີ່​ພາວະ​ວິ​ໄສ​ແລະ​ຍຸຕິ​ທຳ​ຂອງ​ປະຊາ​ຄົມ​ໂລກ​ຕໍ່​ບັນຫາ​ທີ່​ກ່ຽວຂ້ອງ ທັງສອດຄ່ອງ​ກັບ​ຂໍ້​ຕົກລົງ​ສອງ​ຝ່າຍ​ແລະ​ພາກ​ພື້ນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ຈີນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງ​ໄດ້​ຕົກລົງ​ກັນ ກໍ​ຄືສອດຄ່ອງ​ກັ​ບການ​ປະຕິບັດ​ຕົວ​ຈິງ​ທີ່​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ບັນດາ​ປະ​ເທດ​ທີ່​ແກ້​ໄຂ​ຂໍ້​ວິວາດ​ກັນ​ຜ່ານ​ການ​ເຈລະຈາ​ກັນ ​ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ການປົກຄອງ​ດ້ວຍ​ກົດໝາຍ​ສາກົນ​ຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ