ຖານະ​ຂອງ​ດິນ​ແດນ​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້​ບໍ່​​​ໄດ້​ຊີ້​ຂາດ​ນຳ​ຄຳ​ເທັດ​ທີ່​ປີ້ນດຳ​ເປັນ​ຂາວ
2016-05-27 17:09:45  cri 

ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ​ສະບັບ​ວັນ​ທີ 27 ພຶດສະພາ​ໄດ້​ລົງ​ບົດ​ຄວາມ​ທີ່​ພາດ​ຫົວ​ຂໍ້​ວ່າ "ຖານະ​ຂອງ​ດິນ​ແດນ​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້​ບໍ່​​​ໄດ້​ຊີ້​ຂາດ​ຢູ່​ນຳ​ຄຳ​ເທັດ​ທີ່​ປີ້ນດຳ​ເປັນ​ຂາວ" ​ໂດຍ​ໃນ​ບົດ​ຄວາມ​ໄດ້​ຊີ້​ອອກວ່າ: ​ໃນ​ຄະດີ​ທະ​ເລ​ຈີນ​ໃຕ້​ທີ່​ຟິລິບ​ປິນຍື່ນ​ໃຫ້​ສານ​ຕັດສິນ​ແຕ່​ຝ່າຍ​ດຽວນັ້ນ ບໍ່​ພຽງ​ແຕ່​ຈົງ​ໃຈ​ປິດ​ບັງ​​ຄວາມ​ເປັນ​ຈິງທາງ​ພາວະ​ວິ​ໄສ​ເທົ່າ​ນັ້ນ, ຫາກ​ຍັງ​ເຈຕະນາ​ບິດ​ເບືອນ​ເນື້ອ​ໃນຢ່າງ​ຮ້າຍ​ແຮງຂອງຫຼັກການ​ກົດໝາຍ​ສາກົນ ​ເຊັ່ນ "ສົນທິສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍກົດໝາຍ​ທະ​ເລ" ​ນຳ​ອີກ.

ກ່ອນ​ອື່ນ, ຄຳ​ບັນຍາຍ​ທັງ​ໝົດ​ຂອງ​ຟິລິບ​ປິນກ່ຽວ​ກັບ​ເກາະດອນ​ທີ່​ກ່ຽວຂ້ອງ​ໃນ​ທະ​ເລ​ຈີນ​ໃຕ້​​ໂດຍ​ລວມ​ແລ້ວກໍເພື່ອ​ຮັບ​ໃຊ້ຍຸດທະວິທີການ​ຮ້ອງ​ຟ້ອງ​ຂອງ​ຕົນ​ທັງ​ນັ້ນ ທັງພະຍາຍາມຫຼີກ​ເວັ້ນ​ຄວາມ​ຂັດ​ແຍ້​ງຕໍ່ອະທິປະ​ໄຕລະຫວ່າງ​ຈີນ-ຟິລິບ​ປິນ ​ແລະຫຼີກ​ເວັ້ນຂໍ້​ຈຳກັດ​ທີ່ກຳນົດ​ໄວ້​ໃນ​ "ສົນທິສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍກົດໝາຍ​ທະ​ເລ"​.

ສອງ, ຄຳ​ບັນຍາຍ​ກ່ຽວ​ກັບ​ສະພາບ​ລະອຽດ​ຂອງ​ເກາະດອນ​ທີ່​ກ່ຽວຂ້ອງ​ໃນ​ທະ​ເລ​ຈີນ​ໃຕ້​ຂອງ​ຟິລິບ​ປິນ​ໄດ້​ຝືນ​ຄວາມ​ເປັນ​ຈິງຢ່າງ​ພາວະ​ວິ​ໄສ​ທີ່ໜັກໜ່ວງ ​ເຊັ່ນ ຟິລິບ​ປິນ​ເຄີຍຊີ້​ວ່າ​ເກາະ​ຫວງ​ຢຽນ, ​ເກາະດອນ​ແລະ​ຫີນ​ໂສ​ໂຄກ​ແຫ່ງ​ຕ່າງໆໃນໝູ່​​ເກາະ​ໜານ​ຊາ ລ້ວນ​ແຕ່​ບໍ່​ແມ່ນ "​ເກາະດອນ", ສະນັ້ນຈຶ່ງ​ບໍ່​ຄວນ​ໃຫ້​ມີ​ເຂດ​ເສດຖະກິດ​ສະ​ເພາະ (EEZ) ​ແລະ ​ໄຫຼ່ທະວີບ, ​ແຕ່ດ້ວຍ​ຟິລິບ​ປິນທີ່​ເລີ່​ມຢາກ​ເຂົ້າຢຶດຄອງ​ເກາະດອນ​​ແລະ​ຫີນ​ໂສ​ໂຄກທີ່​ກ່ຽວຂ້ອງ​​ໃນ​ທະ​ເລ​ຈີນ​ໃຕ້ຂອງ​ຈີນ​ເປັນຕົ້ນມາ, ຟິລິບ​ປິນພັດ​ເຫັນມາ​ໂດຍ​ຕະຫຼອດວ່າ​ເກາະດອນ​ແລະ​ຫີນ​ໂສ​ໂຄກ​ທີ່​ເຂົາຢາກ​ຢຶດມາ​ເປັນ​ຂອງ​ຕົນ​ນັ້ນ​ລ້ວນ​ແຕ່ແມ່ນ​ເກາະດອນ​ແລະ​ຄວນ​ໃຫ້​ມີ​ເຂດ​ເສດຖະກິດ​ສະ​ເພາະ​ ແລະ ​ໄຫຼ່ທະວີບ ​ເຊິ່ງທັງ​ໝົດນີ້​ໄດ້​ສະ​ແດງ​ໃຫ້​ເຫັນຢູ່​ໃນ​ຂໍ້​ກຳນົດ​ກົດໝາຍ​ຕ່າງໆກໍ​ຄືບົດ​ບັນທຶກ​ທາງ​ການ​ທູດ ​ແລະ ​ຜົນ​ການ​ຕັດສິນຂອງ​ສານ​ປະ​ເທດຟິລິບ​ປິນ​​ເລື້ອຍໆ ​ແລະທັງ​ໝົດ​ເຫຼົ່ານີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຟິລິບ​ປິນມີທັດສະນະ ​ແລະ ​ໄດ້​ບັນຍາຍ​ທີ່​ຂັດ​ແຍ້​ງກັນ​ເອງ.

​ໃຜໆ​ກໍ​ຮູ້​ດີ​ແລ້ວ​ວ່າ, ​ແຕ່​ໃດ​ມາ, ຈີນ​​ມີ​ສິດ​ອະທິປະ​ໄຕ​ເໜືອ​ໝູ່​ເກາະ​ໜານ​ຊາທັງ​ໝົດ ​​ເຊິ່ງບໍ່ໝາຍ​ເອົາແຕ່​ເກາະດອນ​ແລະຫີນ​ໂສ​ໂຄກ​ພຽງບໍ່​ເທົ່າ​ໃດ​ແຫ່ງ​ເທົ່າ​ນັ້ນ. ຖ້າ​ກຳນົດ​ສິດທາ​ງທະ​ເລ​ໃນ​ໝູ່​ເກາະ​ໜານ​ຊາ​ຂອງ​ຈີນ​ຕາມ "ສົນທິສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍກົດໝາຍ​ທະ​ເລ" ​ແລ້ວ ກໍ​ຄວນ​ພິຈາລະນາ​ເຖິງ​ເກາະດອນ​ທຸກ​ແຫ່ງ​ໃນ​ໝູ່​ເກາະ​ໜານ​ຊາ​ໂດຍ​ລວມ. ສ່ວນ​ຄຳ​ບັນ​ຍາຍ​ຕ່າງໆ​ຂອງ​ຟິລິບ​ປິນ​​ກໍລະ​ເລີຍ​ຄວາມ​​ເປັນຈິງ​ໃນ​ປະຫວັດສາດ ທັງບິດ​ເບືອນຈິດ​ໃຈ​ແລະ​ທິດ​ສະ​ດີ​ຂອງ​ກົດໝາຍ, ​ແຕ່​ຖານະ​ດ້ານ​ກົດໝາຍ​​ແລະ​ສິດ​ຂອງ​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້ທີ່​ຂຶ້ນກັບບໍ່​ໄດ້​ຕັດສິນຊີ້​ຂາດນຳ​ຄຳ​ເທັດ​ທີ່ຝືນຄວາມ​ເປັນ​ຈິງຂອງ​ຟິລິບ​ປິນ ​ແລະ ​ເຈຕະນາ​ອັນ​ຊົ່ວ​ຊາມ​ຂອງ​ເຂົາກໍ​ຈະ​ບໍ່​ສົມດັ່ງ​​ປາຖະໜາ​ຂອງ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ