ໄຂກອງປະຊຸມ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ອາ​ຊຽນບວກ 3 ​ຄັ້ງ​ທີ 3 ຢູ່​ມາ​ເລ​ເຊຍ
2016-05-27 14:40:51  cri 
ວັນ​ທີ 26 ພຶດສະພາ​ນີ້, ກອງປະຊຸມ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ອາ​ຊຽນ-ຈີນ,ຍີ່ປຸ່ນ, ສ ​ເກົາຫຼີ​ຫຼື 10+3 ຄັ້ງ​ທີ 3 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີປະ​ເທດມາ​ເລ​ເຊຍ, ​ໂດຍລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຈີນ, ຍີ່ປຸ່ນ, ສ​ ​ເກົາຫຼີ​ແລະ 10 ປະ​ເທດ​ອາ​ຊຽນ​​ເຂົ້າ​ຮ່ວມ.

ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຫວນຄືນ​ຜົນສຳ​​ເລັດຂອງ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຈີນ,ຍີ່ປຸ່ນ​ແລະ​ສ​ເກົາຫຼີ​ໃນ​ຂົງ​ເຂດ​ການ​ສຶກສາ​ສອງ​ປີຜ່ານມາ, ຂະນະ​ດຽວ​ກັນກອງ​ປະຊຸມກໍ​ໄດ້​ພິຈາລະ​ນາ​ແລະ​ຮັບຮອງ​ເອົາ "ຖະ​ແຫຼ​ງການ​ຮ່ວມ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ອາ​ຊຽນ-ຈີນ​,ຍີ່ປຸ່ນ​ແລະ​ສ​ເກົາຫຼີຄັ້ງ​ທີ 3". ​ໂດຍຖະ​ແຫຼ​ງການ​ຊີ້​​ໃຫ້​ເຫັນ​ວ່າ, ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ 10+3​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ສ້າງສັນ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ກັນພັດທະນາການ​ສຶກສາ​ອາຊີ, ທັງຮຽກຮ້ອງ​ໃຫ້ບັນດາ​ປະ​ເທດ​ສ້າງສາ​ຍພົວພັນ​ປະສານ​ສົມທົບ​​ໃກ້ຊິດ​ກວ່າ​ເກົ່າ, ​ເປີດ​ກວ້າງ​ຂະໜາດ​ແລກປ່ຽນ​ດ້ານ​ການ​ສຶກສາ​ຢ່າງ​ບໍ່​ຢຸດ​ຢັ້ງ, ພະຍາຍາມ​ສ້າງ​ຈຸດ​​ເດັ່ນ​ໃໝ່​ດ້ານ​ການ​ຮ່ວມ​ມື​ການ​ສຶກສາ, ​ແລະປະກອບສ່ວນແລກປ່ຽນ​ວັດທະນະທຳ​ພາຍ​ໃນ​ພາກ​ພື້ນ​ໃຫ້​ຫຼາຍ​ກວ່າ​ເກົ່າ.

​ໃນ​ຕອນ​ທ້າຍ, ກອງ​ປະຊຸມ​ໄດ້​ຕົກລົງ​​ຈັດກອງປະຊຸມ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ 10 +3 ຄັ້ງ​ທີ 4 ຢູ່​ມຽນມາ​ໃນ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ